ຫວຽດນາມ-ອາເມລິກາຮ່ວມມືໃນການຜ່າຕັດມະນຸດສະທຳ

ຫວຽດນາມ-ອາເມລິກາຮ່ວມມືໃນການຜ່າຕັດມະນຸດສະທຳ - ảnh 1
(ພາບປະກອບ)

(vovworld) - ​ ​ ລາຍການ​ຜ່າຕັດ​​ມະນຸດສະທຳ​ມີ​ຊື່ວ່າ: “​ເພື່ອ​ຄວາມ​ໄຝ່ຝັນ” ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງ​ວັນ​ທີ 05 – 19/03 ຢູ່​ໂຮງໝໍຮົ່ງ​ງ້ອກ ຮ່າ​ໂນ້ຍ. ​ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ທ່ານໝໍ 5 ຄົນ, ​ໃນ​ນັ້ນ​ມີ​ທ່ານໝໍ ຫວຽດນາມ 1 ຄົນ ​ແລະ ທ່ານໝໍ​ ອາ​ເມ​ລິ​ກາ 4 ຄົນ. ​ໃນ​ຂອບ​ເຂດ​ຂອງ​ລາຍການ, ບັນດາ​ທ່ານໝໍ​ໄດ້​ເຂົ້າ​ຮ່ວມ​ການກວດພະຍາດ, ​ແລ​ກປ່ຽນວິທີ​ຕິດ​ຕາມ, ປິ່ນປົວ​ພະຍາດ​ໃຫ້ຄົນ​ພິການ 50 ຄົນ​ ນີ້​ແມ່ນ​ລາຍການ​ທີ່​ມີ​ຄວາມ​ໝາຍ ດ້ວຍ​ຄວາມ​ຫວັງ​ຈະນຳ​ມາ​ໃຫ້ຄົນ​ພິການ​ໃບໜ້າ​ສົມປະກອບ, ຊ່ວຍ​ເຂົາ​ເຈົ້າ​ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ​ແຂງ​ແຮງ​ກ່ວາ. ຕາມ​ກົມ​ປົກ​ປັກ​ຮັກສາ​ສົ່ງ​ເສີມ​ເດັກນ້ອຍ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ) ​ແລ້ວ, ຢູ່ ຫວຽດນາມ ມີ​ເດັກນ້ອນພິການ​ປະມານ 1,3 ລ້ານ​ເດັກ; ​ໃນ​ນັ້ນ ​ເດັກ​ຖື​ກສົມ​ແວ່ງ, ປາກ​ວິກ​ແມ່ນ​ຫລາຍ​ພໍ​ສົມຄວນ. ຢູ່ ຫວຽດນາມ ມີ​ຫລາຍ​ລາຍການ​​ຜ່າຕັດ​ມະນຸດສະທຳ ຊ່ວຍ​ໃຫ້​​ເດັກສົມ​ແວ່ງປາກ​ວິກ​​ ໂດຍ​ຫົວໜ່ວຍ​ການ​ແພດ, ສົ່ງ​ເສີມ​ເດັກນ້ອຍ, ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຫລາຍ​ແຫ່ງຮ່ວມ​ມື​ກັບ​ນັກ​ຊ່ຽວຊານ​ຕ່າງປະ​ເທດ​ປະຕິບັດ​ໂດຍ​ບໍ່​ເສຍ​ຄ່າ.

 

ຂ່າວ/ບົດ​ອື່ນ