ຫວຽດນາມ-ອາເມລິກາເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ5

ຫວຽດນາມ-ອາເມລິກາເຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ5 - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ້ງ ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ
(ພາບ: TTXVN
)

(vovworld) –​​​ ​ ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ນະ​ໂຍບາຍ​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງທີ 5 ​ໃນ​ລະຫວ່າງ​ວັນ​ທີ 27/9 ​ເຖິງ 3/10/2015 ຢູ່ ອາ​ເມ​ລິ​ກາ. ທີ່​ການ​ເຈລະຈາ​ຄັ້ງ​ນີ້, 2 ຝ່າຍ​ຈະ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການສາກົນ, ພາກ​ພື້ນ, ຕີ​ລາຄາ​​ແຫ່ງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຊອກ​ຫາ​ມາດ​ຕະການ​​ຊຸກຍູ້​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ​ໃນ​ໄລຍະ​ຈະ​ມາ​ເຖິງ; ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ບັນດາ​ຂົງ​ເຂດຄື: ການ​ຮ່ວມ​ມື​ເສນາ​ຮັກ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກ​ສົງຄາມ, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ກູ້​ໄພ​ກູ້​ຊົບ, ວຽກ​ງານ​ຊ່ວຍ​ເຫຼືອ​ມະນຸດ​ສະ​ທຳ, ​ແລກປ່ຽນ​ບົດຮຽນ​ເຂົ້າ​ຮ່ວມ​ກຳລັງ​ປົກ​ປັກຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ, ຊອກ​ຫາ​ພົນທະຫານ​ທີ່​ຫາຍ​ສາບ​ສູນ​ໃນ​ສົງຄາມ…​ໃນ​ໄລຍະ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບປະຊາຊົນ ຫວຽດນາມ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບາງ​ທ່ານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງການ​ຕ່າງປະ​ເທດ, ລັດຖະສະພາ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ