ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ຕ້ອນຮັບ
 ທ່ານ​ນາງ Jill Biden (ພາບ: tuoitre)

(vovworld) - ຕອນ​ບ່າຍ​ວັນ​ທີ 19/7/2015, ຢູ່​ສຳນັກງານ​ປະທານ​ປະ​ເທດຫວຽດນາມ, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ນາງ Jill Biden, ພັນ​ລະ​ຍາ​ຮອງ​ປະທານາທິບໍດີ ​ອາ​ເມ​ລິ​ກາ Joe Biden, ພວມ​ຢ້ຽມຢາມ ຫວຽດນາມ. ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຊົນ​ເຊີຍການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາງ Jill Biden ພາຍຫຼັງ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກາ​ນພົວ​ພັນ​ດ້ານການ​ທູດລະຫວ່າງ ຫວຽດນາມ - ອາ​ເມລິ​ກາ. ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ແຈ້ງ​ໃຫ້​ຄະນະຮັບ​ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ -​ ຊາຍ ຢູ່ ຫວຽດນາມ, ພ້ອມ​ທັງ​ຊົມ​ເຊີຍ​ເລື່ອງ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​. ຜ່ານ​ນັ້ນ, ປະກອບສ່ວນ  ​ເພີ່​ມທະວີການ​ພົວພັນ​ປະຊາຊົນ, ປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ​ເພື່ອ​ຜົນປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ການຮ່ວມມື​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

        ສ່ວນ​ທ່ານ​ນາງ Jill Biden ຖື​ວ່າ: ​ແມ່ຍິງ ​ແລະ ການ​ສຶກສາມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ຍຸດ​ທະ​ສາດ​ພັກ​ທະນາ​ຂອງ​ແຕ່ລະ​ປະ​ເທດ, ສະ​ແດງ​ຄວາມ​ມຸ່ງ​ຫວັງ​ໃຫ້ 2 ຝ່າຍ​ຈະ​ສືບ​ຕໍ່​ແລກປ່ຽນ, ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້.

       

ຂ່າວ/ບົດ​ອື່ນ