ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືມະນຸດສະທຳ

ຫວຽດນາມ-ອາເມລິກາເພີ່ມທະວີການຮ່ວມມືມະນຸດສະທຳ - ảnh 1
ຫວຽດນາມ - ອາເມລິກາເພີ່ມທະວີການຮ່ວມມືມະນຸດສະທຳ
(ພາບ: thoidai.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 15/08 ຢູ່ຮາ​ໂນ້ຍ, ທ່ານ ດົນຕ໋ວນຟອງ ຮອງ​ປະທານສະຫະ​ພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ ຫວຽດນາມ ​ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ທຶນ​ມະນຸດສະທຳ ອາ​ເມ​ລິ​ກາ ​ໂດຍ​ທ່ານ Rennie Davis, ປະທານ​ກອງ​ທຶນ​ມະນຸດສະທຳ ອາ​ເມ​ລິ​ກາ ນຳ​ໜ້າ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ດົນຕ໋ວນຟອງ ປາດ​ຖະໜາ​ຢາກ: ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ຈາກ​ພວກ​ເພື່ອນ ອາ​ເມ​ລິ​ກາ ​ແລະ ​ເພື່ອນ​ມິດສາ​ກົນ ​ໃນ​ການ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກສົງ​ຄາມ​ຢູ່ ຫວຽດນາມ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຂອງ ຫວຽດນາມ ກ່ວາ​ອີກ. ທ່ານ ດົນຕ໋ວນຟອງ ຮອງ​ປະທານສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ ຫວຽດນາມ ສະ​ເໜີພວກ​ເພື່ອນ ອາ​ເມ​ລິ​ກາ ຈະ​ປະກອບ​ສວ່ນຮຽກຮ້ອງລັດຖະບານ ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່ກ່ວາ​ອີກ​ເຖິງ​ເລື່ອງ​ລ້າງ​ພິດບັນດາ​ສະຖານ​ທີ່​ຕິດ​ທາດ​ພິດ​ສີສົ້ມ ​ແລະ ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດນາມ. ສວ່ນທ່ານ Rennie Davis ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽດນາມ ຂອງ​ຄະນະ​ໃນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ຄວາມ​ສາມາດ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ “ຂໍ້​ລິ​ເລີ່​ມ ອາ​ເມ​ລິ​ກາ - ຫວຽດນາມ”, ​ໃນ​ນັ້ນ ມີ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ຂອງ​ສູນ​​ເບິ່ງ​ແຍງ​ດູ​ແລຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມຢູ່​ນະຄອນ ດ່າ​ໜັງ. ທ່ານ Rennie Davis ​ເນັ້ນ​ໜັກ​ວ່າ: ຈະ​ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມຢູ່ ຫວຽດນາມ ​ແລະ ປະກອບ​ສວ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ