ຫວຽດນາມ-ອາເມລິກາເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ອາເມລິກາເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ảnh 1
ພົນ​​ໂທ ຫງວຽນ​ຈີ​ຫວີ້​ງ
photo:internet


(vovworld)- ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ, ພົນ​​ໂທ ຫງວຽນ​ຈີ​ຫວີ້​ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານ Frank A Rose, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ​ແລະ ອາ​ວະ​ກາດ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ຫງວຽນ​ຈີ​ຫວີ້​ງ ຕີ​ລາຄາ​ສູງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ພວມ​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​. ພົນ​ໂທ ຫງວຽນ​ຈີ​ຫວີ້​ງ ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດສອງ​ຝ່າຍ ຊື່​ງ​ໄດ້​ລົງ​ນາມ​​ເມື່ອ​ປີ 2011 ພ້ອມ​ທັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຄື​່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ການ​​ເກັບ​ກູ້ລູກ​ລະ​​ເບີດ, ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງຄາມ, ພົບ​ປະ​ແລກປ່ຽນ​ກຳລັງ​ທະຫານ​ເຮືອ, ຕຳຫລວດ​ປ້ອງ​ກັນ​ທະ​ເລ​ຂອງ​ສອງ​ປະ​ເທດ ​ແລະ ​ໂຄງການ​ຊອກ​ຄົ້ນຊາວ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ.

 

ຂ່າວ/ບົດ​ອື່ນ