ຫວຽດນາມຮັກສາຄວາມສະຖຽນລະພາບທາງເສດຖະກິດໄດ້ຢ່າງໝັ້ນຄົງ

ຫວຽດນາມຮັກສາຄວາມສະຖຽນລະພາບທາງເສດຖະກິດໄດ້ຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

​​(vovworld) - ​ຕາມ​​ການ​ປະກາດ​ຂອງ​ຄະນະກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ​ ໃນວັນ​ທີ 03/08 ​ແລ້ວ: ​​ຫວຽດນາມ ​ໃນ​ເດືອນ 06 ​ແລະ 7 ​ເດືອນ​ຕົ້ນປີ 2015 ​ຫວຽດນາມຮັກສາ​​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ໄດ້ຢ່າງ​ໝັ້ນ​ຄົງ. ​ໄພ​ເງິນ​​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​​ໃນ​ລະດັບຕໍ່າ, ຕະຫຼາດ​ການ​ເງິນ​ຮັກສາ​​ສະຖຽນ​ລະ​ພາບ, ການ​ຊຳ​ລະ​ໄດ້ດີ, ​ບ້ວງ​​ສິ້ນ​ເຊື່ອ​ເຕີບ​​ໂຕ​​ພໍ​ສົມຄວນ, ຫຼຸດຜ່ອນ​ການຂຶ້ນ​ກັບ​ຕະຫຼາ​ດລະຫວ່າງ​ທະນາຄານ. ຄະນະກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ​ ​ໃຫ້​ຮູ້​ວ່າ, CPI ​ໃນ​ເດືອນ 07 ຄາດ​ວ່າ​ເພີ່ມ​ຂຶ້ນ 0,68% ​​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2014 ​ແລະ ຄາດ​ຄະ​ເນວ່າ ປີ 2015 ​ໄພ​ເງິນ​ເຟີ້​​ປະມານ 3%. ກ່ຽວ​ກັບ​ຕະຫຼາດ​ການ​ເງິນ​​ໃນ​ຊຸມ​ເດືອນ​​ຜ່ານ​ມາ, ຄະນະກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ​ ​ໃຫ​້ຂໍ້​ສັງ​ເກດ​ວ່າ: “ລະບົບການ​ເງິນ​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ຄົງ”. ຄະນະກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ​ກໍ​ໃຫ້​ຮູ້​ວ່າ: ຈຳນວນ​ເງິນຕາ​ຕ່າງປະ​ເທດ​ປີ 2015 ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເຖິງ 13 – 14 ຕື້ USD ​ແລະ ປ່ອຍທຶນ FDI ​ໃນ 6 ​ເດືອນ​ຕົ້ນ​ປີ 2015 ບັນລຸ​ກວ່າ 6 ຕື້ USD, ​ເພີ່ມ​ຂຶ້ນ 9,6% ​ເມື່ອ​ທຽບ​ໄສ່​ໄລຍະ​ດຽວ​ກັບ​ຂອງປີ 2014.

ຂ່າວ/ບົດ​ອື່ນ