ຫວຽດນາມຮັກສາສະຖຽນລະພາບ ແລະ ພັດທະນາເສດຖະກິດມະຫາພາກ

ຫວຽດນາມຮັກສາສະຖຽນລະພາບ ແລະ ພັດທະນາເສດຖະກິດມະຫາພາກ - ảnh 1
ທ່ານ ຫງວຽນ​ດຶກ​ແທ່ງ, ຫົວໜ້າ​ສະ​ຖາ​ບັນ
​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ນະ​ໂຍບາຍ

(vovworld) - ກ້າວ​ເຂົ້າ​ສູ່​ງວດ​ທີ 3, ​ເສດຖະກິດ ຫວຽດນາມ ​ໄດ້​ມີ​ການ​ປັບປຸງ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ໄລຍະ​ເຄິ່ງຕົ້ນ​ປີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ເຮັດ​ໃຫ້​ຄາດໝາຍ​ເຕີບ​ໂຕ​ເສດຖະກິດ​ທັງ​ປີ​ບັນລຸ​​ໃຫ້​ໄດ້ 6,3-6,5%, ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ​ຫຼາຍ​ທີ່​ສຸດ. ຕາມ​ລາຍ​ງານ​ເສດຖະກິດ​ມະຫາ​ພາກ​ງວດ​ທີ 3/2016, ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ນະ​ໂຍບາຍ, ​ໂຮງຮຽນ​ເສດຖະກິດ, ມະຫາວິທະຍາ​ໄລແຫ່ງ​ຊາດ ຮ່າ​ໂນ້ຍ, ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 11/10 ​ແລ້ວ, ຫວຽດນາມ ​ຄວນຮັກສາ​ສະຖຽນ​ລະ​ພາບ ດ້ານເສດຖະກິດ​ມະຫາ​ພາກ, ​ແທນ​ທີ່​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຄາດໝາຍ​ເຕີບ​ໂຕ. ບົດ​ລາຍ​ງານ​ຢືນຢັນ​ວ່າ, ​ເຖິງ​ວ່າ​ບັນລຸ​ລະດັບ​ຕຳ່​ກວ່າ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, GDP ງວດ​ທີ 3/2016 ຍັງ​ຄົງ​ບັນລຸ​ລະດັບ​ເພີ່ມ 6,4%, ​ເຮັດ​ໃຫ້​ລະດັບ​ເຕີບ​ໂຕ​ໃນ 9 ​ເດືອນບັນລຸ 5,93%. ທ່ານ ຫງວຽນ​ດຶກ​ແທ່ງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ນະ​ໂຍບາຍ​ຖື​ວ່າ:

        “ສິນ​ເຊື່ອ​ພວມ​ບັນລຸ​ລະດັບ​ເຕີບ​ໂຕພໍ​ສົມຄວນ, ​ໃນ​ຂະນະ​ນັ້ນ​ແຫຼ່ງລະດົມ​ພັດ​ຫຼວງ​ຫຼາຍ​ຢູ່, ນີ້​ແມ່ນ​ບັນດາ​ປັດ​ໃຈ​ສະດວກ, ຊ່ວຍ​ໃຫ້​ອັດຕາ​ດອກ​ເບ້ຍ​ຫຼຸດ​ລົງ. ອັດຕາ​ດອກ​ເບ້ຍ​ລະຫວ່າງ​ທະນາຄານ​ຫຼຸດ​ລົງ​ລະດັບ​ຕຳ່​ກວ່າ 1% ​ໃນ​ຕະຫຼອດ 9 ​ເດືອນ​ຜ່ານ​ມາ. ນີ້​ແມ່ນ​ເວລາ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ບັນດາ​ທະນາຄານ​ການ​ຄ້າ​ຫຼຸດຜ່ອນ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ລົງ. ຫວັງ​ວ່າສິ່ງ​ດັ່ງກ່າວຈະ​ເປັນ​ການ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ໃນ​ງວດ​ທ້າຍ​ປີ. ​​ແລະ ທ່າ​ເຕີບ​ໂຕ​ຄືນ​ໃໝ່​ຂອງ​ພື້ນຖານ​ເສດຖະກິດ​ອາດ​ຈະ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງ​ກວ່າ.

ຂ່າວ/ບົດ​ອື່ນ