ຫວຽດນາມ-ຮົງກົງລົງ ນາມໃນອະນຸສັນຍາ ເພີ່ມເຕີມໃຫ້ແກ່ ສັນຍາຫລີກເວັ້ນການ ເກັບພາສີຊ້ອນ


ຫວຽດນາມ-ຮົງກົງລົງ ນາມໃນອະນຸສັນຍາ ເພີ່ມເຕີມໃຫ້ແກ່ ສັນຍາຫລີກເວັ້ນການ ເກັບພາສີຊ້ອນ - ảnh 1

 (ພາບ: TTXVN)

 (vovworld)- ຕອນ​​ບ່າຍວັນ​ທີ 13/1, ​ຢູ່​ຮົງ​ກົງ (ປະ​ເທດ​ຈີນ), ລັດຖະບາ​ນຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ປົກ​ຄອງ​ພິ​ເສດ​ຮົງ​ກົງ ຂອງ​ຈີນ ​ໄດ້​ລົງ​ນາມ​ອະ​ນຸສັນຍາ​ເພີ່ມ​ເຕີມ​ໃຫ້​ແກ່ “ສັນຍາ​ຫລີກ​ເວັນການ​ເກັບ​ພາສີ​ຊ້ອນ ​ແລະ ສະກັດ​ກັ້ນການ​ໜີ​ພາສີ“. ທ່ານ​ຮ່ວາງ​ແອງຕວນ​​ ຮອງ​ລັດຖະມົນຕີກະຊວງ​ການ​ເງິນ​ຫວຽດນາມ ​ແມ່ນ​ຜູ້ຕາງໜ້າ​ໃຫ້​ຝ່າຍ​ຫວຽດນາມ ​ແລະ ສາດສະດາຈານ K.C.Chan ຫົວໜ້າ​ກົມ​ການ​ເງິນ-​ເງິນຕາ​ຮົງ​ກົງ ​ແມ່ນ​ຜູ້ຕາງໜ້າ​ໃຫ້ຝ່າຍ​ຮົງ​ກົງ ​​ໄດ້​ລົງ​ນາມ​ໃນອະ​ນຸສັນຍາສະບັບ​ດັ່ງກ່າວ. ອະ​ນຸສັນຍາ​ເພີ່​ມ​ເຕີມ​ໄດ້​ຍົກ​ລະດັບ​ຂໍ້​ມາດຕາ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານລະບຸ​ໄວ້​ໃນ​ສັນຍາ ຊື່ງ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຕ້ອງ​ດຳ​ເນີນ​ການແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຮຽກຮ້ອງ ນັບ​ທັງ​ໃນ​ກໍລະນີ​ບໍ່​ກ່ຽວຂ້ອງ​ເຖິງ​ບັນຫາ​ພາສີ. ພາຍຫຼັງ​ລົງ​ນາມ​, ສອງ​ຝ່າຍ​ຕ້ອງ​ໃຫ້​ສັດຕະຍາບັນອະນຸ​ສັນຍາ​ເພີ່​ມ​ເຕີມສະ​ບະ​ນີ້ ​ແລະ ​ແຈ້ງ​ໃຫ້​ກັນຊາ​ບຈຶ່ງ​ຈະ​ມີ​ຜົນ​ສັກສິດ./.

ຂ່າວ/ບົດ​ອື່ນ