ຫວຽດນາມ-ຮຸ່ງກາຣີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ

ຫວຽດນາມ-ຮຸ່ງກາຣີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ - ảnh 1
ພາບ​ປະກອບ


(vovworld)- ຕອນ​ເຊົ້າ​ວັນ​ທີ 31/10, ຢູ່​ຮ່າ​ໂນ້ຍ, ທ່າ​ນນາງ Ho Thi Kim Thoa ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ປະທານ​ຄະນະ​ກຳມາ​ທິການ​ຫວຽດນາມ ​ແລະ ທ່ານ Szijjarto Peter, ລັດຖະມົນຕີ​ຮັບຜິດຊອບ​ກິດຈະການ​ການ​ຕ່າງປະ​ເທດ ​ແລະ ​ການ​ພົວພັນເສດຖະກິດກັບ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມາ​ທິການ ຮຸ່ງ​ກາຣີ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ່ 4 ຄະນະ​ກຳມາ​ທິການປະສົມ​ກ່ຽວ​ກັບ​ການຮ່ວມ​ມື​ເສດຖະກິດຫວຽດນາມ-ຮຸ່ງ​ກາຣີ. ທີ່​ກອງ​ປະຊຸມ 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ​ ​ແລະ ຮັບ​ຮູ້​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດໃນ​​ໄລຍະ​ທີ່​ຜ່ານ​ມາ. 2 ​ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສ​ດະ​ກິດ, ການ​ລົງທຶນ​ເພື່ອ​ເທົ່າ​ທຽມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ. ທ່ານ Szijjarto Peter ຍັງ​ຢືນຢັນ​ວ່າ ດ້ວຍ​ການ​ກຳນົດ​ທິດ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ-ການ​ເມືອງ​ແມ່ນ​ມຸ່ງ​ໄປ​ສູ່​ທາງ​ທິດຕາ​ເວັນ​ອອກ, ລັດຖະບານ​ຮຸ່ງ​ກາຣີຖື​ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຈະ​ຫັນ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ​ໃຫ້​ມີ​ຄວາມ​ຂະຫຍັນ​ຂັ່ນ​ເຄື່ອນ​ໃນ​ຫຼາຍ​ຂົງ​ເຂດ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ບາງສະບັບ​ຄື : ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ; ສັນຍາ​ການ​ຄ້າ​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ບໍລິສັດ Pointsystem House; ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ 2 ປະ​ເທດ............

 

ຂ່າວ/ບົດ​ອື່ນ