ຫວຽດນາມຮັບກ່ຳປັ່ນໂດຍລັດຖະບານຍີ່ປຸ່ນອຸປະຖຳ

ຫວຽດນາມຮັບກ່ຳປັ່ນໂດຍລັດຖະບານຍີ່ປຸ່ນອຸປະຖຳ - ảnh 1

ຫວຽດນາມ​ ຮັບ​ກ່ຳປັ່ນ​ໂດຍ​ລັດຖະບານ​ ຍີ່ປຸ່ນ​ ອຸປະຖຳ
(ພາບ: nguyentandungvn.org)


(vovworld) - ຕອນ​ບ່າຍວັນ​ທີ 5/8, ຢູ່​ໂຮງງານ​ຕໍ່​ກ່ຳ​ປັ່ນ ຮົ່ງຮ່າ (ນະຄອນ ຫາຍ​ຟ່ອງ), ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ຮັບ​ກ່ຳ​ປັ່ນ HAYATO ຢ່າງ​ເປັນ​ທາງ​ການ, ​ນີ້ແມ່ນ​ໜຶ່ງ​ໃນ​ຈຳນວນກ່ຳປັ່ນ 3 ລຳ ທີ່​ນອນ​ໃນ​ບ້ວງ​ເງິນ​ຊ່ວຍ​ເຫຼືອລ້າ​ຂອງລັດຖະບານ ຍີ່ປຸ່ນ. ປະຕິບັດ​ຕາມຈົດໝາຍ​ທາງ​ການລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​​ເລື່ອງລັດຖະບານ ຍີ່​ປຸ່ນ ສະໜອງ​​ທຶນ​ອຸປະຖຳ 500 ລ້ານ​​ເຢັນ​ໃນ​ປີ​ການ​ເງິນ 2014 ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ, ຕາມ​ນັ້ນ​ແລ້ວ ຍີ່ປຸ່ນ ​ໄດ້​ຊີ້​ນຳ​ລະບົບ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICS) ​ ມອບ ທຶນອຸປະຖຳ, ​ເຊິ່ງລວມມີ ກ່ຳ​ປັ່ນ​ 3 ລຳໃຫ້ ຫວຽດນາມ. ຕາມແຜນການ ໃນປີ 2015, ຝ່າຍ JICS ຈະມອບໃຫ້ ຫວຽດນາມ ກ່ຳ​ປັ່ນ​ 3 ລຳນີ້.

ຂ່າວ/ບົດ​ອື່ນ