ຫວຽດນາມຮັບປະກັນທຸກສິດພື້ນຖານຂອງພົນລະເມືອງເປັນຢ່າງດີ

ຫວຽດນາມຮັບປະກັນທຸກສິດພື້ນຖານຂອງພົນລະເມືອງເປັນຢ່າງດີ - ảnh 1
ທ່ານ​ນາງ​ ດັ້ງ​ທິ​ງອກ​ທິ້ງ, ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມສະ​ພາ​ສິດ​ທິ​ມະ​ນຸດ​ ສ​ປ​ຊ ຊຸດ​ທີ 32

(vovworld)- ​ວັນ​ທີ 13/6/2016, ທ່ານ​ນາງ​ ດັ້ງ​ທິ​ງອກ​ທິ້ງ, ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ນຳ​ຫນ້າຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸ​ຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ ສ​ປ​ຊ ຊຸດ​ທີ 32 ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ ເນື່ອງ​ໃນ​ໂອ​ກາດ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ເຫລີມ​ສະ​ຫລອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ສ​ະ​ເຫນີ ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ ປີ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ບັນ​ດາ​ການ​ກະ​ທົບ​ຈາກການ​ປ່​ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ຕໍ່​ສິດ​ທິ​ມະ​ນຸດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ​ໄດ້​ເຕື້ອງ​ເຖິງ​ສະ​ພາບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ຍ້ອນ​ການ​ກ​ະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ, ເຂດ​ໄຕ​ງວຽນ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​​ທາງ​ພາກ​ໃຕ​້​ຫວຽດ​ນາມ.

        ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ເນັ້​ນ​ຫນັກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ພິ​ເສດ ແມ່ນ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປະ​ຕິ​ບັດ​ຄາດ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ, ການ​ລົບ​ລ​້າງຄວາມອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ພາກ​ບັງ​ຄັບ, ​ຫລຸດ​ຜ່ອນອັດ​ຕາ​ການ​ຕາຍ​ຂອງແມ່​ແລະ​ເດັກຫາ​ກໍ​ເກີດ, ຮັບ​ປະ​ກັນ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ຄວາມ​ກ້າວ​ຫນ້າ​ຂອງ​ແມ່​ຍິງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຢືນ​ຢັນວ່າ ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ຮັບ​ປະ​ກັນ​ສິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ທຸກ​ຄົນ ພ້ອມ​ທັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຕອ​ນ​ບ່າຍ​ວັນ​ດຽວ​ກັນ​, ທີ່​ສຳ​ນັກ​ງານ​​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​​ສາ​ກົນ(IPU), ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong, ເລ​ຂາ​ທິ​ການ​ໃຫຍ່ IPU. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ ໄດ້​ຢືນ​ຢັນ​ວ່າ: ຫວຽດ​ນາມ ຖື​ບົດ​ບາດ​ຂອງ IPU ເປັນ​ສຳ​ຄັນ ແລະ ຍາມ​ໃດ​ກໍ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU ແລະ ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ IPU ຈະ​ສຸມ​ໃສ່​ເຂົ້າ​ບັນ​ດາ​ເນື້ອ​ໃນ​ຄື: ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ IPU  ຢືນ​ຢັນ: ຄະ​ນະ​ເລ​ຂາ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ຮອບ​ດ້ານ, ສ່ອງ​ແສງ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ