ຫວຽດນາມຮັບປະກັນວິວັດທະນາການຮ່ວມມືອາຊຽນໃນສະພາບເກີດໂລກລະບາດໂຄວິດ-19

(VOVWORLD) -ໃນຖານະເປັນປະທານໝູນວຽນອາຊຽນ 2020, ຫວຽດນາມ ມານະພະຍາຍາມຮັບປະກັນການເຄື່ອນໄຫວຂອງກຸ່ມໄດ້ດຳເນີນໄປຢ່າງທັນການ ໃນສະພາບເກີດໂລກລະບາດໂຄວິດ-19.

ຫວຽດນາມຮັບປະກັນວິວັດທະນາການຮ່ວມມືອາຊຽນໃນສະພາບເກີດໂລກລະບາດໂຄວິດ-19 - ảnh 1 (ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ Ibnu Hadi,

ຕອບຄຳສຳພາດຕໍ່ນັກຂ່າວຫວຽດນາມ)

ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ Ibnu Hadi, ໃນການຕອບຄຳສຳພາດຕໍ່ນັກຂ່າວຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (08 ສິງຫາ 1967 – 08 ສິງຫາ 2020).

        ທ່ານເອກອັກຄະລັດຖະທູດ Ibnu Hadi ເນັ້ນໜັກວ່າ, ເມື່ອຫວນຄືນໄລຍະທາງນັບແຕ່ວັນສ້າງຕັ້ງອາຊຽນ ມາຮອດປະຈຸບັນ, ປະຊາຄົມອາຊຽນ ໄດ້ພັດທະນາໃນທຸກດ້ານ, ຈາກຄວາມໝັ້ນຄົງ-ການເມືອງ, ເສດຖະກິດ-ການຄ້າ ຕະຫຼອດຮອດວັດທະນະທຳ-ສັງຄົມ, ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ.

        ກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19, ທ່ານ Ibnu Hadi ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ພ້ອມທັງຮັບຮູ້ບັນດາຂໍ້ລິເລີ່ມຂອງຫວຽດນາມ ຊ່ວຍໃຫ້ອາຊຽນ ຜ່ານຜ່າໂລກລະບາດໂດຍໄວ.

        ກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບປະຊາຄົມອາຊຽນ ພາຍຫຼັງປີ 2025, ທ່ານ Ibnu Hadi ໃຫ້ຮູ້ວ່າ, ໜຶ່ງໃນບັນດາສິ່ງທ້າທາຍຂອງປະຊາຄົມອາຊຽນ ແມ່ນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດກໍ່ຫວັງວ່າ, ດ້ວຍວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025, ອາຊຽນ ຈະສືບຕໍ່ເປີດກວ້າງການພົວພັນຄູ່ຮ່ວມມືກັບຫຼາຍປະເທດໃນໂລກ, ກາຍເປັນສູນກາງຜະລິດຢູ່ພາກພື້ນ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະ ການສຶກສາລະຫວ່າງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ