ຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດເພື່ອເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ

ຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດເພື່ອເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງ - ảnh 1
(ທ່ານ​ນາງ ດັ້ງ​ທິ​ບິ໋ກ​ລຽນ, ຮອງ​ລັດ​ຖະ​ມົນ​ຕີ​
ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)

(vovworld) - ​​ ​​ຕອນ​ເຊົ້າ​ວັນ​ທີ 17/08, ຢູ່​ຮ່​າ​ໂນ້ຍ, ກົມ​ໃຫຍ່​ທ່ອ​ງ​ທ່ຽວ, ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽ​ວ​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ: ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວແບບ​ຍືນ​ຍົງ​ໃນສັງ​ກາດປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທ​ນ 200 ທ່ານ. ກອງ​ປະ​ຊຸມ​​ຖື​ກ​ດຳ​ເນີນດ້ວຍ​ການ​ໜູ​ນ​ຊ່ວຍດ້ານ​ເຕັກ​ນິກ​ຂອງ​ໂຄງ​ການພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ດ້​ານ​ການ​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ (ໂຄງ​ການ EU – ESRT, ໂດຍ​ສະ​ຫະ​ພາ​ບ​ເອີ​ລົບ ອຸ​ປະ​ຖຳ). ​ເປົ້າ​ໝາຍ​ຂອງກອງ​ປ​ະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທີ​ຄວາມ​ເອົາ​ໃຈ​ໃສ່ຂອງ​ບັນ​ດາ​​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ… ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ດັ້ງ​ທິ​ບິ໋ກ​ລຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ ໃຫ້​ຮູ້​ວ່າ.

        “​ຂະ​ແໜງ​ທ່ອງ​ທ່ອງ​ທ່ຽວ​ຫວຽດ​ນາມ ຍັງ​ພວມຮັກ​ສາ​ໄດ້​ລ​ະ​ດັບ​ການ​ພັດ​ທະ​ນາ​​ໄວ​​ສົມ​ຄວນຢູ່, ແຕ່​ວ່າ​ຍັງ​ຊ້ອນ​ແຟ້ງ​ສິ່ງ​ທ້າ​ທາຍສຳ​ລັບ​ການ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ່ງ​ແຍ້ງ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ລັກ​ສະ​ນະ​ຍື່ນ​ຍົງ​ຂອງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ໃນ​ຕົວ​ຈິງ, ການ​ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຕ້ອງ​ມີ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ຂະ​ແໜງ ແລະ ລະ​ຫວ່າງເຂດ. ສະ​ນັ້ນ, ຕ້ອງ​ສ້າງ​ຕັ້ງ​ບັນ​ດາ​ຮູບ​ແບບ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ເປັນ​ເອ​ກະ​ພາບ​ຂອງ​ລັດ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ”.

ຂ່າວ/ບົດ​ອື່ນ