ຫວຽດນາມຮັບລາງ ວັນກ່ຽວກັບການ ອະນຸລັກຮັກສາ ມໍລະດົກວັດ ທະນະທຳ

ຫວຽດນາມຮັບລາງ ວັນກ່ຽວກັບການ ອະນຸລັກຮັກສາ ມໍລະດົກວັດ ທະນະທຳ - ảnh 1

ອຸ​ໂມງ​ຫຼົບລະ​ເບີດຂອງໂຮງ​ແຮມ

Sofitel Legend Metropole ຮ່າ​ໂນ້ຍ

 (ພາບ: dantri.com.vn)

(vovworld)-​​​​ ​ ​ ​ໂຮງ​ແຮມ Sofitel Legend Metropole ຮ່າ​ໂນ້ຍ ​ໄດ້​ຮັບ ລາງວັນ​ກິ​ຕິ​ມະ​ສັກປີ 2013 ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳອຸ​ໂມງ​ຫຼົບລະ​ເບີດ ​ໃນ​ສະ​ໄໝ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ໂດຍ​ຜູ້ຕາງໜ້າ​ອົງການ UNESCO ພາກ​ພື້ນ​ອາຊີ-​ປາຊີ​ຝີ​ກມອບ​ໃຫ້. UNESCO ​ຕີ​ລາຄາ​ສູງ​ເລື່ອງ​ອະນຸລັກ​ຮັກສາ ​ແລະ ຟື້ນ​ວັດທະນະທຳອຸ​ໂມງ​ຫຼົບລະ​ເບີດ ພາຍຫຼັງຄົ້ນພົບ​​ເມື່ອ​ປີ 2011 ​ໃນບໍລິ​ເວນ​ໂຮງ​ແຮມ ​ແລະ ຜ່ານ​ຫຼາຍ​ທົດ​ສະ​ວັດ​ຖືກ​ຫຼົງ​ລືມ​ໄປ. ວັດທະນະທຳອຸ​ໂມງ​ຫຼົບລະ​ເບີດຂອງໂຮງ​ແຮມ Sofitel Legend Metropole ຮ່າ​ໂນ້ຍ ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຕາມ​ຮູບ​ເດີມ ​ແລະ ກາຍ​ເປັນ​ສະຖານ​ທີ່​ຢ້ຽມ​ຊົມພິ​ເສດສຳລັບ​ແຂກ​ທ່ອງ​ທ່ຽວເມື່ອ​ພັກ​ຢູ່​ໂຮງ​ແຮມ​, ປະກອບສ່ວນ​ສ້າງ​ຄວາມ​ຮັ່ງມີ​ດ້ານ​ຄຸນຄ່າ​ວັດທະນະທຳ, ປະຫວັດສາດ​ຂອງ​ໂຮງ​ແຮມ​ທີ່​ມີ​ອາຍຸ​ກ່ວາ 100 ປີ​ແຫ່ງ​ນີ້. ພ້ອມກັບ​ວັດທະນະທຳອຸ​ໂມງ​ຫຼົບລະ​ເບີດຂອງໂຮງ​ແຮມ Sofitel Legend Metropole ຮ່າ​ໂນ້ຍ,  ​ ຫວຽດນາມ ຍັງ​ມີບ້ານ​ບູຮານ​ເດື່ອງ​ເລິ​ມ ​ໄດ້​ຮັບ​ການ​ເຊີດ​ຊູ​​ຈາກອົງການ UNESCO ພາກ​ພື້ນ​ອາຊີ-​ປາຊີ​ຝີ​ກ ເມື່ອ​ປີ 2013 ​ແລະ ອີກ 3 ​ໂຄງການ​ອື່ນ​ເຄີຍ​ໄດ້​ຮັບລາງວັນ​ມໍລະດົກ​ຂອງ UNESCO ລວມມີ: ​ໂຄງການ​ອະນຸລັກ​ຮັກສາ​ຄຸ້ມ​ຖະໜົນ​ເກົ່າ​ໂຮ້ຍອານ (ປີ 2000), ​ໂຄງການ​ບ້ານ​ຫວຽດບູຮານ​ (ປີ 2004), ຫໍ​ບູຊາ​ວົງ​ຕະກຸນ​ຕັງ-​ໂນ້ຍອານ (ປີ 2009). ລາງ​ວັນມໍລະດົກອາຊີ-​ປາຊີ​ຝີ​ກຂອງ UNESCO ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດຕັ້ງ​ໃນ​ການ​ຟື້ນ​ຟູ ​ແລະ ອະນຸລັກ​ຮັກສາ​ບັນດາ​ກິດຈະກຳ​ທີ່​ມີ​ຄຸນຄ່າ​ມໍລະດົກ​ໃນ​ພາກ​ພື້ນ​ສຳ​ເລັດ.

ຂ່າວ/ບົດ​ອື່ນ