ຫວຽດນາມຮ່ວມມື, ແບ່ງປັນການນໍາໃຊ້ແຫຼ່ງຊັບພະຍາກອນນໍ້າກັບບັນດາປະເທດໃນພາກພື້ນ

(VOVWORLD) -ດ້ວຍຖານະເປັນປະທານຜັດປ່ຽນກັນ ຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນຕຸລາ, ໂຮນລັງ ໄດ້ຈັດຕັ້ງການປຶກສາຫາລືບໍ່ເປັນທາງການ ພາຍໃຕ້ຫວົຂໍ້ “ນໍ້າ, ສັນຕິພາບ ແລະ ຄວາມໝັ້ນຄົງ” ທີ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ ໃນວັນທີ 29 ຕຸລາ. 
ຫວຽດນາມຮ່ວມມື, ແບ່ງປັນການນໍາໃຊ້ແຫຼ່ງຊັບພະຍາກອນນໍ້າກັບບັນດາປະເທດໃນພາກພື້ນ - ảnh 1(ພາບປະກອບ) 

ກ່າວຄໍາເຫັນທີ່ວາລະປຶກສາຫາລື, ໂຮນລັງ ແລະ ບັນດາປະເທດເຂົ້າຮ່ວມ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາໜ້າທີ່ສໍາຄັນຂອງ ສະພາຄວາມໝັ້ນຄົງ ສປຊ ແມ່ນ ການສະກັດກັ້ນການປະທະກັນ, ໃນນັ້ນ ມີການປະທະກັນທີ່ເກີດຂຶ້ນຈາກການຂັດແຍ້ງກັນດ້ານຊັບພະຍາກອນທໍາມະຊາດ ແລະ ແຫຼ່ງນໍ້າ. ການຂາດແຄນນໍ້າ ແລະ ການແກ້ງແຍ້ງແຫຼ່ງນໍ້າ ໄດ້ພາໄປເຖິງການເກີດຄວາມເຄັ່ງຕຶງ, ສົງຄາມພາຍໃນ, ການປະທະກັນ ແລະ ຂາດຄວາມສະຖຽນລະພາບຢູ່ຫຼາຍແຫ່ງໃນໂລກ. ກ່ຽວກັບວິທີການແກ້ໄຂ, ບັນດາປະເທດຖືວ່າ ບັນດາປະເທດຄວນຫັນສິ່ງທ້າທາຍກ່ຽວກັບແຫຼ່ງນໍ້າກາຍເປັນບັນດາກາລະໂອກາດການຮ່ວມມື; ແບ່ງປັນຂໍ້ມູນຂ່າວສານ, ແຈ້ງເຕືອນ ແລະ ມີມາດຕະການຕ່າງໆ ເພື່ອຮັບມືກັບສະພາບການໂດຍໄວ.

        ກ່າວຄໍາເຫັນທີ່ວາລະປຶກສາຫາລື, ທ່ານນາງ ຟ້າມທິກິມແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ນໍ້າ ແມ່ນຂຶ້ນກັບຫຼາຍແຫຼ່ງນໍ້າຂ້າມຊາຍແດນ, ຫວຽດນາມເຊື່ອໝັ້ນວ່າ ການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງບັນດາປະເທດແຄມແມ່ນໍ້າ ແມ່ນວິທີການແກ້ໄຂໜຶ່ງດຽວ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ສະກັດກັັ້ນບັນດາຄວາມສ່ຽງເກີດການປະທະກັນກ່ຽວກັບແຫຼ່ງນໍ້າ.

ຕອບກັບ

ຂ່າວ/ບົດ​ອື່ນ