ຫວຽດນາມຮ່ວມແຮງຮ່ວມໃຈຊຸກຍູ້ການຮ່ວມມືສາກົນກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ-ຊາຍ

(VOVWORLD) -ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນ ເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
ຫວຽດນາມຮ່ວມແຮງຮ່ວມໃຈຊຸກຍູ້ການຮ່ວມມືສາກົນກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ-ຊາຍ - ảnh 1ຄະນະຜູ້ຕາງຫນ້າຫວຽດນາມ  ເຂົ້າຮ່ວມກອງປະຊຸມອອນລາຍ ສ້າງຕັ້ງເຄືອຂ່າຍສາກົນຢູ່ ປາຣີ (ພາບ: baoquocte.vn)

ຄະນະຜູ້ຕາງຫນ້າຫວຽດນາມ ຄຽງຂ້າງ UNESCO ຫາກໍ່ເຂົ້າຮ່ວມກອງປະຊຸມອອນລາຍ ສ້າງຕັ້ງເຄືອຂ່າຍສາກົນຢູ່ ປາຣີ ປະຈັນບານກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ ຊາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິຮົ່ງເວີນ ເອກອັກຄະລັດຖະທູດ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຄຽງຂ້າງ ສປຊ ໄດ້ຢືນຢັນ ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນ ເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນທຸກຂົງເຂດ ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ; ບົດບາດ ແລະ ການປະກອບສ່ວນຂອງແມ່ຍິງຍາມໃດກໍ່ໄດ້ຖືເປັນສຳຄັນໃນວິວັດການສ້າງປະຊາຄົມອາຊຽນ. ທ່ານນາງ ເອກອັກຄະລັດຖະທູດ ແບ່ງປັນ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະແມ່ນປະທານ ອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ປະທານ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 ໃນການເພີ່ມທະວີການຮ່ວມມືຊຸກຍູ້ຄວາມສະເຫມີພາບ ລະຫວ່າງຍິງ ຊາຍ ແລະການມອບສິດໃຫ້ແມ່ຍິງ, ພົ້ນເດັ່ນ ແມ່ນການຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ເປັນຄັ້ງທຳອິດ ສຳເລັດຜົນ, ການເຈລະຈາຂັ້ນລັດຖະມົນຕີ ອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ….

ທີ່ກອງປະຊຸມ ບັນດາສະມາຊິກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງຫນ້າ ເປັນເຈົ້າການ ແລະ ທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນຂອງຫວຽດນາມໃນເວທີສາກົນໃນໄລຍະໃຫມ່. “

ຕອບກັບ

ຂ່າວ/ບົດ​ອື່ນ