ຫວຽດນາມຮຽກຮ້ອງຈີນ ຢຸດຕິບັນດາການກະທຳສົ່ງຜົນຮ້າຍເຖິງຊາວປະມົງ

ຫວຽດນາມຮຽກຮ້ອງຈີນ ຢຸດຕິບັນດາການກະທຳສົ່ງຜົນຮ້າຍເຖິງຊາວປະມົງ - ảnh 1
ຊາວປະມົງ ໃນກຳ່ປັ່ນຖືກຈີນຕຳ່ຈົນຈົມນ້ຳ
(ພາບ: dantri.com.vn)


(vovworld) –  ຕາມ​​ແຫຼ່ງຂ່າວ​ຈາກ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບ​ຜິດ​ຊອບ ຫວຽດນາມ ​ແລ້ວ, ​ແຕ່​ຕົ້ນ​​ເດືອນ 5/2014, ມີ​ກຳ​່ປັ່ນ​ຫາປາ​ຂອງ ຫວຽດນາມ ຫຼາຍລຳຖືກ​ບັນດາ​ກຳ່​ປັນ​ຂອງ ຈີນ ກຳຈັດ, ຂັບ​ໄລ່, ກໍ່ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊັບ​ສິນ. ຍິ່ງ​ກ່ວານັ້ນ, ກຳລັງ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ ຈີນ ​ຍັງມີ​ການ​ກະທຳ​ທົບຕີ​, ກໍ່​ບາດແຜ, ນາບ​ຂູ່​ຊີວິດ​ອີນຊີ​ຂອງ ຊາວ​ປະມົງ ຫວຽດນາມ.

    ວັນ​ທີ 27/5, ​ເມື່ອ​ຕອບ​ສຳ​ພາດຕໍ່ນັກ​ຂ່າວ​ ຫວຽດນາມ ​ແລະ ສາກົນ ຫຼາຍ​ຄົນ​ກ່ຽວ​ກັບ​ປະຕິກິ​ລິ​ຍາ​ຂອງ ຫວຽດນາມ ຕໍ່ບັນດາ​ເຫດການດັ່ງກ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ:

    “ບັນດາ​ການ​ກະທຳ​ດັ່ງກ່າວ​ຂອງ ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໄປ​ຝືນ​ກັບ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ສືບຕໍ່​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ

ອີກ​ເທື່ອໜຶ່ງ, ຫວຽດນາມ ຮຽກຮ້ອງ​ໃຫ້ຝ່າຍ ຈີນ ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ໄຮ້ມະນຸດ​ສະທຳ, ກໍ່​ຜົນຮ້າຍເຖິງ​ຊີວິດ​ອີນຊີ​, ຊັບ​ສິນ ​ແລະ ຜົນ​ປະ​​ໂຫຍ​ດ​ຊອບ​ທຳ​ຂອງ​ຊາວ​ປະມົງ ຫວຽດນາມ ຢ່າງ​ຮ້າຍ​ແຮງ, ​ເຄົາລົບ​ກົດໝາຍ​ສາກົນ ພ້ອມ​ທັງ​ປັບ​ໄໝ​ລົງ​ໂທ​ດບັນດາ​ຜູ້ທີ່ກ່ຽວ​ຂ້ອງ​ເຖິງ​ເຫດການ​ນີ້, ບໍ່​ປະ​ໃຫ້​ເກີດ​ບັນ​ດາ​ການ​ກະທຳ​ຄ້າຍຄື​ກັນ ​ແລະ ​ຊົດ​ເຊີຍ​ໃຫ້​ຊາວ​ປະມົງ ຫວຽດນາມ ຢ່າງ​ເໝາະ​ສົມ”.

ວັນ​ທີ 27/5/2014, ຜູ້ຕາງໜ້າ​ກົມກົງສູນ​​, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຮຽກ​​ຜູ້ຕາງໜ້າ​ສະຖານ​ທູດ ຈີນ ປະຈຳ ຮ່າ​ໂນ້ຍ ມາ​​ເພື່ອ​ສົ່ງ​ຈົດໝາຍ​ຄັດ​ຄ້ານທາງ​ການ​.

   

ຂ່າວ/ບົດ​ອື່ນ