ຫວຽດນາມຮຽກຮ້ອງຈີນຢຸດຕິການລະເມີດ,ຖອນກຳປັ່ນໄຮ້ຢາງ 8 ອອກຈາກເຂດທະເລຂອງຫວຽດນາມ

(VOVWORLD) -ວັນທີ 3 ຕຸລາ ປີ 2019, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ບັນດາມາດຕະການຕໍ່ສູ້ຂອງຫວຽດນາມກ່ຽວກັບກຸ່ມກຳປັ່ນ ໄຮ້ຢາງ 8 ຂອງຈີນ ກັບຄືນລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ, 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

“ຕາມບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໃຫ້ຮູ້ວ່າ: ກຸ່ມກຳປັ່ນ ໄຮ້ຢາງ 8 ຂອງຈີນ ສືບຕໍ່ເປີດກ້ວາງການເຄື່ອນໄຫວຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບ ຂອງຫວຽດນາມ, ລະເມີດອຳນາດອະທິປະໄຕ ແລະ ອຳນາດສານ ຂອງຫວຽດນາມ. ຫວຽດນາມ ເດັດດ່ຽວຄັດຄ້ານການກະທຳຂອງຈີນ ແລະ ໄດ້ມີການພົວພັນກັບຝ່າຍ ຈີນແລ້ວ. ຫວຽດນາມ ຮຽກຮ້ອງຈີນ ຢຸດຕິການລະເມີດດັ່ງກ່າວ ຢ່າງທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດທະເລຂອງຫວຽດນາມ ແລະ ບໍ່ມີການກະທຳລະເມີດທີ່ຄ້າຍຄືກັນອີກ. ຫວຽດນາມ ເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ບັນດາສິດຖືກຕ້ອງຕາມກົດໝາຍຂອງຫວຽດນາມ ຢູ່ ທະເລຕາເວັນອອກ ດ້ວຍບັນດາມາດຕະການຕາມກົດໝາຍສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ