ຫວຽດນາມຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມແລະກົດໝາຍສາກົນ

ຫວຽດນາມຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມແລະກົດໝາຍສາກົນ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີງ
ພາບ:motthegioi.vn

(vovworld)-ທີ່​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ໃນ​ວັນ​ທີ 17/3, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ມໍ່​ມານີ້​ຂອງ​ຈີນ ຢູ່ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ:

        “ຫວຽດ​ນາມຢັ້ງ​ຢືນ​ອີກ​ຄັ້ງ​ຫນຶ່ງອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​ປະ​ຕິ​ເສດ​ໄດ້​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ກໍ​ຄື​ໝູ່​ເກາະ​ເຈື່ອງ​ຊາ. ເລື່ອງ ຈີນ ສືບ​ຕໍ່​ຖົມ​ດິນ, ເປີດກວ້າງ, ກໍ່​ສ້າງ ແລະ ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ​ຂອງ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ຢູ່​ໝູ່​ເກາະ​ນີ້, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ໂລກ ແມ່ນ​ການ​ກະ​ທຳ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ. ບັນ​ດາ​ການ​ກະ​ທຳ​ນີ້ບໍ່​ພຽງ​ແຕ່​ໄປ​ຝືນ​ກັບ​ຄວາມ​ຮັບ​ຮູ້​ລ​ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ລະ​ເມີດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ ຫວຽດ​ນາມ - ຈີນ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ພົວ​ພັນ​ສອງ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ຖະ​ແຫລງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊື່ງ​ໄດ້​ລົງ​ນາມ​ເມື່ອ​ປີ 2002 ລະ​ຫວ່າງ ອາ​ຊຽນ ແລະ ຈ​ີນ, ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກສັບ​ສົນ​ຂຶ້ນ​ຕື່ມ. ຫວຽດ​ນາມ ເດັດ​ດ່ຽວ​ປະ​ຕິ​ເສດ ແລະ ຄັດ​ຄ້ານ​ຢ່າງ​ແຮງ​ຕໍ່​ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຈີນ ແລະ ຮຽ​ກ​ຮ້ອງ​ຈີນ ຢຸດ​ຕິ​ຢ່າງ​ທັນ​ທີ ແລະ ບໍ່​ມີ​ການ​ກະ​ທຳ​ຄ້າຍ​ຄື​ກັນ​ອີກ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ແລະ ກົດ​ໝາຍ​ສາ​ກົນ, ມີ​ການ​ກະ​ທຳ​ແທດ​ຈິງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ກໍ​ຄື​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ