ຫວຽດນາມຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກ

ຫວຽດນາມຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກ - ảnh 1
(ທ່ານ ​ເລືອ​ງ​ແທງ​ງິ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ)

(vovworld) - ວັນ​ທີ 13/12, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ເລື່ອງ ຫວ່າງ​ແລ້ວ​ນີ້, ຈີນ​ໄດ້​ອອກຖະ​ແຫຼ​ງການອະນຸຍາດ​ໃຫ້​ຕຳຫຼວດ​ປະ​ເທດ​ນີ້ ​ໄດ້​ສຳ​ພັດ ​ແລະ ກວດກາບັນດາ​ກຳ່​ປັ່ນ​ຂອງ​ຕ່າງປະ​ເທດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ ​ເລືອ​ງ​ແທງ​ງິ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຊີ້​ແຈ້ງວ່າ:

”ຫວຽດນາມ​ ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ທີ່​ມີ​ຕໍ່​ກົດລະບຽບ​ປ້ອງ​ກັນ​ຊາຍ​ແດນ​ທາງ​ທະ​ເລ​ຢູ່​ແຂວງ​ໄຮ້​ໜານ​ ​ເມື່ອ​ວັນ​ທີ 4/12/2012 ​ແລ້ວ. ຫວຽດນາມ​ຮຽກຮ້ອງ​​ໃຫ້ຈີນ ບໍ່​ໄດ້​ມີ​ການ​ກະທຳ​ໃດໆ​ທີ່​ກີດຂວາງ​ເຖິງ​ການ​ເຄື່ອນ​ໄຫວ​ຫາ​ປາ​ແບບ​ທຳ​ມະ​ດາ ​ແລະ ມີ​ການ​ຮ່ວມ​ມື​ກັບ​ບັນດາ​ກຳ່​ປັ່ນ​ຫາ​ປາ ​ແລະ ຊາວ​ປະມົງ​ຫວຽດນາມ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​”

ກ່ຽວຂ້ອງ​ເຖິງ​ບາງ​ກໍລະນີ​ຖືກ​ຈັບ​ຕົວ ຍ້ອນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ຈີນ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້, ທ່ານ ​ເລືອ​ງ​ແທງ​ງິ້ ຢັ້ງຢືນ​ວ່າ​ນີ້​ແມ່ນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຂອງ​ປະຊາຊົນ​ຈຳນວນ​ໜຶ່ງ​ທີ່​ມີ​ຕໍ່​ບັນຫາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ​ປະ​ເທດ, ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ເຄື່ອນ​ໄຫວ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ສາທາລະນະ ຄວນ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ຢູ່​ບ່ອນ​ສາທາລະນະ.

ຂ່າວ/ບົດ​ອື່ນ