ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາແລະຮ່ວມມືແກ້ໄຂບັນດາບັນຫາສິດທິມະນຸດ

ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາແລະຮ່ວມມືແກ້ໄຂບັນດາບັນຫາສິດທິມະນຸດ - ảnh 1
ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາແລະຮ່ວມມືແກ້ໄຂບັນດາບັນຫາສິດທິມະນຸດ - ảnh 2ຫວຽດນາມຮຽກຮ້ອງຊຸກຍູ້ການເຈລະຈາແລະຮ່ວມມືແກ້ໄຂບັນດາບັນຫາສິດທິມະນຸດ - ảnh 3ກອງ​ປະ​ຊຸມ​​ສາ​ມັນຄັ້ງ​ທີ 28, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ
(ພາບ: TTXVN)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ສັບ​ປະ​ດາ​ເຮັດ​ວຽກ​ທີ 3 ຂອງ​ກອງ​ປະ​ຊຸມ​​ສາ​ມັນຄັ້ງ​ທີ 28, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ, ກ່ຽວ​ກັບ​ສະ​ພາບ​​ສິດ​ທິ​ມະ​ນຸດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈູງ​ແທ່ງ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຮັບ​ຮູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ບາງ​ການ​ກະ​ທຳ​ຕັ້ງ​ໜ້າ​ໄລ​ຍະ​​ມໍ່ໆ​ມານີ້​ຂອງ ສ​ປ​ປ ເກົາຫຼີ, ອີ​ຣານ ແລະ ມຽນ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫງວຽນ​ຈູງ​ແທ່ງ ຢັ້ງ​ຢືນ​ວ່າ: ສຳ​ລັບ ສ​ປ​ປ ເກົາຫຼີ, ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ມາ​ນະ​ພະ​ຍາ​ຍາມ​​ເຈ​ລະ​ຈາ ແລະ ຮ່ວມ​ມື​ສ້າງ​ສັນເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຂ້າງ, ແທນ​ທີ​ຫັນ​ເປັນ​ການ​ເມືອງ, ກໍ່​ຄວາມ​ດັນ​ບໍ່​ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ. ຫວຽດ​ນາມ ພ​້ອ​ມ​ແລ້ວ​ທີ່​​ຈະມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັ​ນ​ຊຸກ​ຍູ້, ສ້າງ​ເງື່ອນ​ໄຂ​ໃຫ້​ ການ​ເຈ​ລະ​ຈາແທ​ດ​ຈິງ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ. ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢູ່ ອີ​ຣານ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫງວຽນ​ຈູງ​ແທ່ງ ຮັບ​ຮູ້​ບັນ​ດາ​ຄວາມ​ກ້າວ​ໜ້າ ແລະ ກາ​ນ​ຮ່ວມ​ມື​ຂອງ ອີ​ຣານ ຕາມ​ບົດ​ລາຍ​ງານ​ຂອງ ສ​ປ​ຊ ແລະ ຖື​ວ່າ ອີ​ຣານ ພ້ອມ​ກັບ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ນຳ​ໃຊ້​ບັນ​ດາ​ສັນ​ຍານ​ຕັ້ງ​ໜ້ານີ້​ເພື່ອ​ສາ​ມາດ​​ເຈ​ລະ​ຈາ​ຢ່າງ​ແທດ​ຈິງ, ມ​ຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຢ່າງ​ສົມ​ເຫດ​ສົມ​ຜົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫງວຽນ​ຈູງ​ແທ່ງ ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຂອງ ມຽນ​ມາ​ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ຮູບ, ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ ແລະ ປອງດອງ​ຊາດ… ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ: ສາ​ກົນ​ຕ້ອງ​ໜູນ​ຊ່​ວຍ ມຽນ​ມາ​ເພື່ອ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ, ຊຸກ​ຍູ້​ບັນ​ດາ​ສິດ​ຂອງ​ປະ​ຊາ​ຊົນ ແລະ ການ​ໜູນ​ຊ່ວຍນັ້ນ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ບົນ​ພື້ນ​ຖານ​​ການ​ເຈ​ລະ​ຈາ​ຢ່າງ​ຈິງ​ໃຈ​ແມ່ນ​ດີ​ກ່​ວາ​ການກໍ່​ຄວາມ​ດັນ​ດ້ານການ​ເມືອງ.

        ເມື່ອ​ກ່າວ​ຄຳ​ເຫັນ​ຕາງ​ໜ້າ​ໃຫ້ ອາ​ຊ​ຽ​ນ, ​ໃນຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ຮ່ວມ​ຂອງ ອາ​ຊ​ຽ​ນ ​ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ​ປີ 2015, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫງວຽນ​ຈູງ​ແທ່ງ ຢັ້ງ​ຢືນ​ຄວາມ​ສາ​ມັກ​ຄີ​ຂອງ ອາ​ຊຽນ ກັບ​ມຽນ​ມາ, ສະ​ໜັບ​ສະ​ໜູນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ມຽນ​ມາ ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ຮູບ, ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ ແລະ ປອງດອງ​ຊາດ ກໍ່​ຄື​ມີ​ເຈດ​ຕະ​ນາ​ດີ​ໃນ​ການ​ຮ່ວມ​ມື​ກັບ​ບັນ​ດາ​ກົນ​ໄກ​ກ່ຽວ​ຂ້ອງ​ຂອງ ສ​ປ​ຊ.


ຂ່າວ/ບົດ​ອື່ນ