ຫວຽດນາມຮຽກຮ້ອງບັນດາຄູ່ຮ່ວມມືສືບຕໍ່ຮ່ວມມືຊ່ວຍເຫຼືອຫວຽດນາມຫຼຸດຜ່ອນຄວາມອຶດຫິວທຸກຍາກ

ຫວຽດນາມຮຽກຮ້ອງບັນດາຄູ່ຮ່ວມມືສືບຕໍ່ຮ່ວມມືຊ່ວຍເຫຼືອຫວຽດນາມຫຼຸດຜ່ອນຄວາມອຶດຫິວທຸກຍາກ - ảnh 1
(ພາບ​ປະ​ກອບ)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ 55 ຂອງ ຄະ​ນະ​​ກຳ​ມະ​ການພັດ​ທະ​ນາ​ສັງ​ຄົມສັງ​ກັດ ສະ​ພາ​ເສັດ​ຖະ​ກິດ - ສັງ​ຄົມ ສະ​ຫະ​ປະ​ຊາ​ຊາດ ​ທີ່​ພວມ​ດຳ​ເນີນ​ໄປຢູ່ New York ໃນ​ລະ​ຫວ່າງວັນ​ທີ1 – 10/2, ທ່ານ​ນາງ ຫງວຽນ​ເຟືອງ​ງາ ເອກ​ອັກ​ຄະ​ລັດ​ຖະ​ທຸດ, ຫົວ​ໜ້າ​ຄະ​ນະ​​ຜູ້​ຕ່າງ​ໜ້າ​ຂອງ​ຫວຽດ​ນາມປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນວ່າ ​ລັດ​ຖະ​ບານ​ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນພິ​ເສດເຖິງການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຢ່າງຮອບ​ດ້ານ ແລະ ໝັ້ນ​ຄົງ. ຫວຽດ​ນາມ​ ພວມດຳ​ເນີນ​ການສ້າງ​ໂຄງ​ປະ​ກອບພື້ນ​ຖານເສດຖະ​ກິດ​ຄືນ​ໃໝ່, ​ຫັນ​ກະ​ສິ​ກຳ ແລະ ເຂດ​ຊົນ​ນະ​ບົດ​ເປັນ​ທັນ​ສະ​ໄໝ, ກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ກ່ຽວ​ກັບການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ເພີ່ມ​ຄວາມ​ສາ​ມາດສຳ​ຜັດ​ກັບ ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເຮືອນຢູ່, ນ້ຳສະ​ອາດ, ວຽກເຮັດ​ງານ​ທຳ ແລະ ບັນ​ດາການບໍ​ລິ​ການ​ຮັບ​ປະ​ກັນຊີວິດສັງຄົມ, ໃນ​ນັ້ນ ສະ​ຫງວນບຸ​ລິ​ມະ​ສິດ​ໃຫ້​ຄົນ​ທຸກ​ຍາກເປັນ​ແມ່​ຍິງ, ຊາວ​ເຜົ່າສ່ວນ​ໜ້ອຍ, ຄົນພິ​ການ, ຜູ້​ອອກ​ແຮງ​ງານ​ອົບ​ພະ​ຍົບ... ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທຸດ​ໄດ້​ເນັ້ນ​ໜັກ​ເຖິງ ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ແລະ ການ​ຮ່ວມມື​ສາ​ກົນ ໃນການ​​ລະ​ດົມ​ແຫຼ່ງ​ກຳ​ລັງ​ເພື່ອລົບ​ລ້າງຄວາມ​ອຶດ​ຫິວ​ທຸກ​ຍາກ, ຮຽກ​ຮ້ອງ​ບັນ​ດາ​ຄູ່​ຮ່ວມ​ມື ສືບ​ຕໍ່​ຮ່ວມ​ມື​ຊ່ວຍ​​ຫວຽດ​ນາມ ປັບ​ປຸງ​ໝາກ​ຜົນ​ທີ່ບັນ​ລຸ​ໄດ້ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​​ກັບ​ຜົນ​ສະ​ທ້ອນ​ກ່ຽວ​ກັບເສດ​ຖະ​ກິດ, ໄພ​ທຳມະ​ຊາດ, ​ການປ່ຽນ​ແປງ​​ຂອງດິນ​ຟະ​ອາ​ກາດ.

ຕອບກັບ

ຂ່າວ/ບົດ​ອື່ນ