ຫວຽດນາມຮຽກຮ້ອງປະຊາຄົມໃຊ້ພາສາຝລັ່ງເພີ່ມທະວີຄວາມສາມັກຄີ

ຫວຽດນາມຮຽກຮ້ອງປະຊາຄົມໃຊ້ພາສາຝລັ່ງເພີ່ມທະວີຄວາມສາມັກຄີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ ຄັ້ງ​ທີ 15
(ພາບ: Thống Nhất/TTXVN)

(vovworld) – ພິທີ​ໄຂ​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ ຄັ້ງ​ທີ 15 ຖືກ​ດຳ​ເນີນ​ຢ່າງ​ສົມ​ກຽດ​ໃນ​ວັນ​ທີ 29/11, ຢູ່ ​ເຊ​ເນ​ການ. ​ເຂົ້າ​ຮ່ວມ​ພິທີ​ມີ ປະທານາທິບໍ​ດີ, ນາຍົກລັດຖະມົນຕີ 28 ທ່ານ ​ແລະ ການ​ນຳ​ຂັ້ງ​ສູງ​ຂອງ 77 ປະ​ເທດສະມາຊິກ​ຂອງ​ອົງການ​ໃຊ້​ພາສາ​ຝລັ່ງ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຄວາມ​ສະຫງົບ, ການ​ເມືອງ​​ໂລກ​ນັບ​ມື້​ນັບ​ຜັນ​​ແປ​ຢ່າງ​ສັບສົນ, ພິ​ເສດ​ແມ່ນ​ການ​ປະ​ທະ​ກັນ, ວິ​ກິດ​ການ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມທຸກ​ຍາກ​ອຶດ​​ຫິວ, ​ໂລກລະບາດ… ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຮຽກຮ້ອງ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ທ້າ​ທາຍ​ເຫຼົ່າ​ນັ້ນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ເນັ້ນ​ໜັກ​ວ່າ, ວິ​ກິດ​ການ ​ແລະ ການ​ປະ​ທະ​ກັນ​ແມ່ນ​ສາມາດ​ແກ້​ໄຂ​ໄດ້​ດ້ວຍ​ສັນຕິ​ວິທີ, ບົນ​ຈິດ​ໃຈ​​ເຈລະຈາ ​ແລະ ຮ່ວມ​ມື. ທ່ານ​ນາງ​ກໍ່​ສະ​ເໜີ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ ສືບ​ຕໍ່​ສະໜັບສະໜູນ​ທັດສະນະ​ຂອງ​ອາ​ຊຽນ ​ແລະ ຫວຽດນາມ​ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ, ​ໃນ​ນັ້ນ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກໍ່ສະ​ເໜີປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະຫງວນ​ແຫຼ່ງກຳລັງ​ໃຫ້​ລາຍການ, ​ໂຄງການ​ປົກ​ປ້ອງ​ສິດ ​ແລະ ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ແລະ ຊາວ​ໜຸ່ມ​ໃນ​ການ​ເຄື່ອນ​ໄຫວ​​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ. ພິ​ເສດ​ແມ່ນ​ສຳລັບ​ບັນດານັກທຸລະກິດ​ຍິງ ​ແລະ ນັກທຸລະກິດ​ໜຸ່ມ.


ຂ່າວ/ບົດ​ອື່ນ