ຫວຽດນາມຮຽກຮ້ອງສະກັດກັ້ນບັນດາການປະທະກັນທີ່ກ່ຽວຂ້ອງເຖິງນ້ຳ

ຫວຽດນາມຮຽກຮ້ອງສະກັດກັ້ນບັນດາການປະທະກັນທີ່ກ່ຽວຂ້ອງເຖິງນ້ຳ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິ​ເຟືອງ​ງາ​
(ພາບ: TTXVN)

(vovworld) – ​ ວັນ​ທີ 22/11 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ Senegal - ປະ​ເທດ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ໃນ​ເດືອນ 11/2016, ​ໄດ້ຈັດ​ຕັ້ງ​ວາລະ​ປະຊຸມ​ປຶກສາ​ຫາລື​​ເປີດ​ດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ, ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິ​ເຟືອງ​ງາ ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ​ໄດ້​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ນ້ຳ​ສຳລັບ​​ຊີວິດ​ການ​ເປັນ​ຢູ່​ຂອງ​ມະນຸດ ​ແລະ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມທຸກ​ດ້ານ, ນ້ຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ນ້ຳ​ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ຄວາມ​ໄວ​​້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິ​ເຟືອງ​ງາ​ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຕ້ອງ​ປະ​ເຊີນ​ໜ້າ​ກັບ​ທັງ​ໄພ​ນ້ຳຖ້ວມ​ນ້ຳແກ່ງ ​ແລະ ​ໄພ​ແຫ້ງ​ແລ້ງ. ​ເພາະສະ​ນັ້ນ ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ສາກົນ, ພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນ​ໃນ​ຂົງ​ເຂດ​ນ້ຳ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິ​ເຟືອງ​ງາ ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສວມ​ບົດບາດ​ຕັ້ງໜ້າ​ໃນ​ການ​ເຄົາລົບ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ສະກັດ​ກັ້ນ​ບັນດາ​ການ​ປະ​ທະ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ນ້ຳ ​ແລະ ຖື​ວ່າ ບັນດາ​ປະ​ເທດ​ພັດທະນາ​ຄວນ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ຂົງ​ເຂດ​ນ້ຳ, ​ໂດຍ​ຜ່ານ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ສ້າງ​ກຳລັງ​ຄວາມ​ສາມາດ ​​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ