ຫວຽດນາມຮຽກຮ້ອງສາກົນສືບຕໍ່ຜັນຂະຫຍາຍພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢ່າງແຮງ

ຫວຽດນາມຮຽກຮ້ອງສາກົນສືບຕໍ່ຜັນຂະຫຍາຍພາລະກິດລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢ່າງແຮງ - ảnh 1
ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ ສ​ປ​ຊ
(ພາບ: AFP/TTXVN)

(vovworld) - ວັນ​ທີ 22/6, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຢູ່ ເຊີ​ແນວ, ປະ​ເທດ ສະ​ວິດ ດຳ​ເນີນ​ວາ​ລະ​ໂອ້​ລົມ​ສົນ​ທະ​ນາ​ກັບ ທ່ານ Philip Alston​, ນັກ​ປາ​ຖະ​ກະ​ຖາ​ພິ​ເສດ​ກ່ຽວ​ກັບ​ຄວາມ​ອຶດ​ຫິວ​ທຸກ​ຍາກ​ພິ​ເສດ ແລະ ທ່ານ Ben Emmerson, ນັກ​ປາ​ຖະ​ກະ​ຖາ​ພິ​ເສດ​ກ່ຽວ​ກັບ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ ບັນ​ດາ​ສິດ​ເສ​ລີ​ພື້ນ​ຖານ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ. ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ພິ​ເສດ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນຈູງແທ່ງ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຫວຽດ​ນາມ ປະ​ຈຳ ເຊີ​ແນວ ໄດ້​ຊີ້​ແຈ້ງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເຊິ່ງ ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຮັດ​ແຄບ​ຊ່ອງ​ຫວ່າງ​ກ່ຽວ​ກັບ​ເງື່ອນ​ໄຂ​ໄດ້​ຊົມ​ໃຊ​້​ບັນ​ດາ​ສິດ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ລະ​ຫວ່າງ​ບັນ​ດາ​ເຂດ ແລະ ຊົນ​ຊັ້ນ​ໃນ​ສັງ​ຄົມ​ໃນ​ຊຸມ​ປີ​ຜ່ານ​ມາ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ກໍ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ກ​ານ​ແທ​ດ​ຈິງ​ກ່​ວາ​ອີກ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ລົ​ບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ພິ​ເສດ, ສ້າງ​ພື້ນ​ຖານ​ທີ່​ດ​ີ​ກ່​ວາ​ອີກ​ໃຫ້​ແກ່​ການ​ຮັບ​ປະ​ກັນ​ບັນ​ດາ​ສິດ​ພື້​ນ​ຖານ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ. ກ່ຽວ​ກັບ​ກາ​ນ​ຕ້ານ​ການກໍ່​ການ​ຮ້າຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນຈູງແທ່ງ ໄດ້​ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ພາຍໃຕ້​ບໍ່​ວ່າ​ຮູບ​ແບບ​ໃດ ແລະ ຖື​ວ່າ​ພວກກໍ່​ໃຫ້​ເກີດ​ການກໍ່​ການ​ຮ້າຍ, ເຖິງວ່າ​​ຈະແມ່ນ​ສ່ວນ​ບຸກ​ຄົນ ຫຼື ກຸ່ມກໍ່​ການ​ຮ້າຍ​ທີ່​ມີ​ການ​ຈັດ​ຕັ້ງ​ຕ້ອງ​ໄດ້​ຮັບ​ການ​ລົງ​ໂທດ ຍ້ອນ​ບັນ​ດາ​ການກ​ະ​ທຳ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ​ເຊິ່​ງ​ໄດ້​ກໍ່​ຂຶ້ນ.


ຂ່າວ/ບົດ​ອື່ນ