ຫວຽດນາມຮຽກຮ້ອງຮັກສາສະພາບແວດລ້ອມສັນຕິພາບ,ຄວາມໝັ້ນຄົງແລະການຮ່ວມມືຢູ່ທະເລຕາເວັນອອກ

ຫວຽດນາມຮຽກຮ້ອງຮັກສາສະພາບແວດລ້ອມສັນຕິພາບ,ຄວາມໝັ້ນຄົງແລະການຮ່ວມມືຢູ່ທະເລຕາເວັນອອກ - ảnh 1
ທ່ານ ​ເລ​ຮວ່າຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ​ປະຈຳ ສປຊ
ພາບ:thoisu.com.vn


(vovworld)- ກອງ​ປະຊຸມ​ຄັ້ງ​ທີ 23 ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​(UNCLOS) ປີ 1982 ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 - 14/6 ທີ່ສຳນັກງານ​ຂອງ​ສປຊ ຢູ່​ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສຳ​ຫລວດ​ກວດຄືນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ກຳນົດ​ຂອງ​ສົນທິສັນຍາ​ດັ່ງກ່າວ. ທີ່​ກອງ​ປະຊຸມ, ທ່ານ ​ເລ​ຮວ່າຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ​ປະຈຳ ສປຊ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ, ຕີ​ລາຄາສູງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2012 ​ໃນ​ຂອບ​​ເຂດ​ສົນທິສັນຍາ. ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮວ່າຍ​ຈູງ ​​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຊາວ​ປະມົງ​​ທີ່ເຄື່ອນ​ໄຫວ​ຫາ​ປາ​ຢູ່​ທະ​ເລ​ຢ່າງ​ປອດ​ໄພ ​ແລະ ໝັ້ນຄົງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ. ທ່ານ​ເລ​ຮວ່າຍ​ຈູງ ສະ​ເຫ​ນີວ່າ: ​ໃນ​ຂະນະ​ບໍ່​ທັນ​ບັນລຸ​ໄດ້​ມາດ​ຕະການ​​ແກ້​ໄຂ​ການ​ພິພາດ​ກ່ຽວ​ກັບ​​ຜືນ​ແຜນ​ດິນ ​ແລະ ​ຂີດ​ເສັ້ນ​ຊາຍ​ແດນ​ບົນ​ທະ​ເລ, ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ UNCLOS ຢ່າງ​ເຂັ້ມ​ງວດ. ທຸກ​ການ​ກະທຳ​ພຽງ​ຝ່າຍ​ດຽວ ພຽງ​​ແຕ່ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ໄປ​ຝືນ​ກັບ​ຈຸດປະສົງ ​ແລະ ຫລັກການ​ຂອງ UNCLOS. ທ່ານ​ເລ​ຮ່ວາຍ​ຈູງ ​ເນັ້ນ​ຫນັກ​​ເຖິງ​ຄວາ​ມຮຽກຮ້ອງ​ຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ນຳ​ໃຊ້​ບັນດາ​ເຂດ​ທະ​ເລ, ຂຸດ​ຄົ້ນ​ຊັບພະຍາກອນ​ຢ່າງ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມທະ​ເລ​ຕາມ​ກຳນົດ​ຂອງ​ສົນທິສັນຍາ​ແມ່ນ​ຄຳ​ຮຽກຮ້ອງ​ຕ້ອງການ​ຢ່າງ​ແນ່ນອນ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ການ​ຊຸກຍູ້​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ ​ໄດ້​ແນະນຳ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ຫວຽດນາມ ຊື່​ງມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ ​ແລະ ຢືນຢັນ​ວ່າ: ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສະບັບ​ນີ້​ແມ່ນ​ສອດ​ຄອ່ງກັບ​ບັນດາ​ຂໍ້​ກຳນົດ​ທີ່​ໄດ້​ລະ​ບຸ້​ໄວ້​ໃນ UNCLOS ປີ 1982.

ຂ່າວ/ບົດ​ອື່ນ