ຫວຽດນາມຮຽກຮ້ອງໃຕ້ຫວັນ(ຈີນ)ຢຸດຕິບັນດາການກະທຳລ່ວງລະເມີດອະທີປະໄຕຂອງຫວຽດນາມ

ຫວຽດນາມຮຽກຮ້ອງໃຕ້ຫວັນ(ຈີນ)ຢຸດຕິບັນດາການກະທຳລ່ວງລະເມີດອະທີປະໄຕຂອງຫວຽດນາມ - ảnh 1
ທ່າ​ນ ເລ​ຮ໋າຍ​ບິ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຫວຽດ​ນາມ

(vovworld)-​ ໃນ​​ການຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ທີ່ສະ​ເໜີ​ໃຫ້​ຮູ້​: ປະ​ຕິກິ​ລິ​ຍາ ຂອງ​ຫວຽດ​ນ​າມ ຕໍ່​​ເລື່ອງ ໃຕ້​ຫວັນ​ ຈັດຕັ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ອ​າ​ວຸ​ໂສຫຼາຍ​ທ່ານ ຢ້ຽມ​ຢາມ​ເກາະ​ບາ​ບິ່ງ ​ທີ່ຂື້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຈັດ​ພິມ​ໜ່າຍ​ສະ​ແຕມ ​ທີ່ມີ​ຮູບ​ພາບ​ຂອງ​ເກາະ​ບາ​ບິ່ງ ແລະ ບັນ​ດາ​ໝູ່​ເກາະ​ ຢູ່ທະ​ເລ​ຕາ​ເວັນ​ອອກ, ວັນ​ທີ 12/5/2016, ທ່າ​ນ ເລ​ຮ໋າຍ​ບິ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຫວຽດ​ນາມ ຊີ້​ແຈ້ງ.

        “ການ​ທີ່​ຝ່າຍ​ໃຕ້​ຫວັນ ບໍ່​ຫົວ​ຊາ ​ຕໍ່ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ ແລະ ການ​ຄັດ​ຄ້ານ ​ຂອງ​ຫວຽດ​ນາມ ກ່ອນ​ໜ້ານີ້, ຫາກຍັງສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍຫຼາຍ​ຢ່າງ, ໃນ​ນັ້ນ​ມີ​​ເລື່ອງ ຈັດ​ຕັ້ງ​​ໃຫ້ຄະ​ນະ​​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ໄປ​ເກາະ​ບາ​ບິ່ງ ທີ່ຂື້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຈັດ​ພິມ​ຈຳໜ່າຍ​ສະ​ແຕມ ສະ​ແດງ​ໃຫ້​ເຫັນ​ຄຳ​ຮຽກ​ສິດ ຢູ່​ທະ​ເລ​ຕາ​ເວ​ັນ​ອອກ ​ແມ່ນການ​ລ່ວງ​ລະ​ເມີດ​ ອະ​ທິ​ປະ​ໄຕ​ ຂອງ​ຫວຽດ​ນ​າມ ຢ່າງ​ຮ້າຍ​ແຮງ, ເຮັດ​ໃຫ້​ສະ​ພາບການ​ສັບ​ສົນ​ຂື້ນ​ອີກ,  ບໍ່​ມີ​​ຜົນປະ​ໂຫຍດ​​ໃຫ້​ແກ່ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​​ຂອງພາກ​ພື້ນ. ການ​ກະ​ທຳ​ນີ້​ ຂອງ​ໃຕ້​ຫວັນ ບໍ່​ສາ​ມາດປ່ຽນ​ແປງ​ຄວາມ​ຈິງ​ ທີ່​ວ່າຫວຽດ​ນາມ​ມີ​ອະ​ທິ​ປະ​ໄຕ​ສຳ​ລັບ​ສອງ​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ.

        ຫວຽດ​ນາມ​ເດັດ​ດ່ຽວ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຝ່າຍ​ໃຕ້​ຫວັນ​ ຢຸດ​ຕິ, ບໍ່​ປະ​ໃຫ້​ເກີດບັນ​ດາ​ການ​ເຄື່ອນ​ໄຫວ​​ຄ້າຍ​ຄື​ກັນ​ຄືນ​ໃໝ່, ພ້ອ​ມ​ກັບ​ຫວຽດ​ນາມ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​​ຢ່າງແທດ​ຈິງ ເຂົ້າ​ໃນ​ຄວາມມາ​ນະ​ພະ​ຍາ​ຍາມ​ລວມ ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວ​ັນ​ອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ