ຫວຽດນາມຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກເພີ່ມທະວີຄວາມສາມັກຄີໃນຂະບວນການບໍ່ຮ່ວມກຸ່ມ

(VOVWORLD) -ຕອນເຊົ້າວັນທີ 25 ຕຸລາ ຢູ່ ສູນກອງປະຊຸມສາກົນ Baku ປະເທດ ໄອແຊກໄບຢານ, ກອງປະຊຸມຂັ້ນສູງຄັ້ງທີ 18 ຂອງຂະບວນການບໍ່ຮ່ວມກຸ່ມ ໄດ້ໄຂຂຶ້ນຢ່າງເປັນທາງການ.

ຫວຽດນາມຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກເພີ່ມທະວີຄວາມສາມັກຄີໃນຂະບວນການບໍ່ຮ່ວມກຸ່ມ - ảnh 1 ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມກ່າວຄຳເຫັນທີ່ກອງປະຊຸມຂະບວນການບໍ່ຮ່ວມກຸ່ມ

ພາບ:TTXVN

ດ້ວຍຫົວຂໍ້ “ຖືບັນດາຫລັກການ Bangdung ເປັນສຳຄັນ ເພື່ອຮັບມືຢ່າງຄົບຖ້ວນ ແລະ ແກ້ໄຂບັນດາສິ່ງທ້າທາຍຂອງໂລກຍຸກປະຈຸບັນຢ່າງສົມເຫດສົມຜົນ”, ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ ແລະ ຜູ້ຕາງຫນ້າ 120 ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ, ຜູ້ຕາງຫນ້າບັນດາປະເທດສັງເກດການ ແລະ ບັນດາອົງການຈັດຕັ້ງສາກົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຈິດໃຈສາມັກຄີລະຫວ່າງບັນດາປະເທດບໍ່ຮ່ວມກຸ່ມ ດ້ວຍພື້ນຖານແມ່ນຫລັກການ Bangdung ເພື່ອໃຫ້ຂະບວນການສາມາດສືບຕໍ່ແມ່ນຄັນທຸງນຳຫນ້າໃນການຊຸກຍູ້ການເຄົາລົບກົດໝາຍ, ຫັນການພົວພັນສາກົນເປັນຫລາຍຮູບການ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາປະເທດບໍ່ຮ່ວມກຸ່ມ.

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະກອບສ່ວນສ້າງປະຊາຄົມ ອາຊຽນ ແລະ ສູ້ຊົນ ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ທ່ານນາງຮອງປະທານປະເທດຫວຽດນາມ ສະເຫນີ ຂະບວນການບໍ່ຮ່ວມກຸ່ມ ຄວນ ເອົາໃຈໃສ່ຢ່າງເໝາະສົມ ແລະ ສະຫນັບສະຫນູນບັນດາຄວາມມານະພາຍາມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຄົາລົບທັດສະນະ, ຫລັກໝັ້ນ ຂອງບັນດາປະເທດສະມາຊິກກ່ຽວຂ້ອງ. ທ່ານນາງຮອງປະທານປະເທດເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍ່ຢຶດຕໍ່ ຫລັກການ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ, ພ້ອມແລ້ວທີ່ຈະຮ່ວມມື ແລະ ຮຽງບ່າຮຽງໄລ່ພ້ອມກັບບັນດາປະເທດສະມາຊິກ ປະກອບສ່ວນເພື່ອໃຫ້ຂະບວນການໃຫ້ມີຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍຢ່າງຮອບດ້ານ, ທັນການ ແລະ ມີປະສິດທິຜົນ, ເສີມຂະຫຍາຍສຽງເວົ້າຂອງບັນດາປະເທດບໍ່ຮ່ວມກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ