ຫວຽດນາມເຂົ້າ ຮ່ວມເວທີປາໄສ ລັດຖະສະພາ ອາຊີ-ປາຊິຟິກຄັ້ງທີ 21

ຫວຽດນາມເຂົ້າ ຮ່ວມເວທີປາໄສ ລັດຖະສະພາ ອາຊີ-ປາຊິຟິກຄັ້ງທີ 21 - ảnh 1

(ພາບປະກອບ: vtvdanang.vn)

(vovworld)- ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-​ປາຊິ​ຟິກຄັ້ງທີ 21 (APPF-21) ​ໄດ້​ໄຂ​ຂຶ້ນຢ່າງ​ສົມ​ກຽດເມື່ອ​ວັນ​ທີ 28/1 ຢູ່​ນະຄອນ Vladivostok (ສະຫະພັນ​ລັດ​ເຊຍ) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ມາ​ຈາກ 28 ປະ​ເທດ​ສະມາຊິກ ​ແລະ ຜູ້​ແທນ​ຕາງໜ້າ​ໃຫ້​ສະພາ​ລັດຖະສະພາ​ເອີ​ລົບ (PACE), ສະພາ​ລັດຖະສະພາ​ປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ (SNG), ອົງການ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE). ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລື​ວ ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ເວທີ​ປາ​ໄສ. ນະ​ທີ່​ນີ້,  ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລື​ວ ​ເນັ້ນໜັກ​ວ່າ: ອາຊີ-​ປາຊິ​ຟິກ ຍັງ​ຊ້ອນ​ແຝງ​ບັນດາ​ໄພ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ, ການ​ເມືອງ ​ໃນ​ຂະນະ​ທີ່​ປະຈຸ​ບັນບັນດາ​ກົນ​ໄກ​ໃນ​ພາກ​ພື້ນ​​ຍັງ​ບໍ່​ທັນ​ສາມາດ​ຮັບ​ມື​ກັບ​​ໄພ​ອັນຕະລາຍ​, ສິ່ງ​ທ້າຍ​ທາຍໄດ້. ສະນັ້ນ, ບັນດາ​ເນື້ອ​ໃນ​ໄດ້​ຍົກ​ອອກ​ປຶກສາ​ຫາລື​ທີ່ APPF-21 ​ແມ່ນ​ຈຳ​​ເປັນ​ທີ່​ສຸດ, ຊ່ວຍ​ໃຫ້​ບັນດາ​ນັກ​ນິຕິບັນຍັດ​ໃນ​ພາກ​ພື້ນ​ແລກ​ປ່ຽນ​ທັດສະນະ, ​ແບ່ງປັນ​ບົດຮຽນ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ, ຄວາມ​ສະ​ຫົງ​ບປອດ​ໄພ, ຄວາມວັດ​ຖະນາ​ຖາວອນ ​ແລະ ການ​ພັດທະນາຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ຽວ​ກັບ​ບັນຫາ​ພິພາດ​ບົນ​ທະ​ເລ, ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລື​ວ ຖື​ວ່າ ປະສິດທິ​ຜົນ​​ແຫ່ງການ​ເຄື່ອນ​ໄຫວ​ຂອງ​ກົນ​ໄກ ​ແລະ ​ເຄື່ອງມື​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ລວມ​ໃນ​ປະຈຸ​ບັນ ຕ້ອງ​ໄດ້​ຮັບ​ການ​ເພີ່​ມທະວີ, ການ​ພິພາດ​ກັນ​ເຂດ​ໝູ່​ເກາະ​ທະ​ເລ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ.

 

 

 

ຂ່າວ/ບົດ​ອື່ນ