ຫວຽດນາມເຂົ້າຮ່ວມ ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ່ 17

ຫວຽດນາມເຂົ້າຮ່ວມ ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ່ 17 - ảnh 1
( ພາບ : http://unfccc.in )

ວັນ​ທີ 1 ທັນວາ, ຕອບ​ຄຳ​ສຳພາດ​ຕໍ່ນັດ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ອາ​ປະລິ​ກາ​ໃຕ້, ທ່ານ ຟ້າ​ມວັນ​ເຕີນ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ກັບ​ສາກົນ​ສັງກັດ​ກະຊວງ​ຊັບພະ​ຍາກ​ອນສິງ​ແວດ​ລ້ອມ, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ​ ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງສະຫະປະຊາຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງ​ທີ່ 17 ( ຫຼື COP 17 ) ຢູ່ Durban ​ໃຫ້​ຮູ້​ວ່າ ທີ່​ກອງ​ປະຊຸມຄັ້ງ​ນີ້, ຄະນະ​ຜູ້ແທນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ສຳ​ມະ​ນາ​ຮ່ວມ, ຫຼາຍ​ຝ່າ​ຍ ​ແລະ 2 ຝ່າຍ​ຢ່າງ​ຕັ້ງໜ້າ. ຄະນະ​ຜູ້​ແທນ ຫວຽດນາມ ກໍ່​ໄດ້ປຶກສາ​ຫາລື ​ແລະ ຮັບຮອງເອົາ​ບັນຫາ​​ທີ່​ເປັນ​ພື້ນຖານຕ່າງໆ  ​ແລະ ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ແລະ ຫວຽດນາມ. ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ່​ປະກອບ​ຄວາມ​ເຫັນ​ໃຫ້​ແກ່ເນື້ອ​ໃນ, ບົດບາດ​ໜ້າ​ທີ່​ຂອງ​ເອກ​ສານ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ, ຫວຽ​ດນາມ​ຍັງ​ເຂົ້າ​ຮ່ວມ​ການ​ເຈ​ລະຈາ 2 ຝ່າຍ​ກັບ​ບັນດາ​ປະ​ເທດ ​ແລະ ຄູ່​ຮ່ວມ​ມືເພື່ອ​ຊອກ​ຫາ​ບັນດາທັດສະນະ​ລວມຫຼຸດຜ່ອນ​ຄວາມ​ບໍ່ລົງ​ລອຍ​ກັນ ​ແລະ ​ເພີ່ມ​ທະວີ​ການ​ສົບ​ທົບ, ​ຮ່ວມ​ມື ​ແລະ ຊ່ວຍເຫຼືອ ຫວຽ​ດນາມ ​ໃນ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງ​ມີ​ປະສິດທິ​ຜົນ .
ຂ່າວ/ບົດ​ອື່ນ