ຫວຽດນາມເຂົ້າຮ່ວມກອງ ປະຊຸມສຸດຍອດຄວາມ ໝັ້ນຄົງປອດໄພດ້ານນິວ ຄະເລຍຄັ້ງທີ 3


 ຫວຽດນາມເຂົ້າຮ່ວມກອງ ປະຊຸມສຸດຍອດຄວາມ ໝັ້ນຄົງປອດໄພດ້ານນິວ ຄະເລຍຄັ້ງທີ 3 - ảnh 1

(ພາບ: baodautu.vn)

 (vovworld)-ຕອນ​ຄ່ຳວັນ​ທີ 23/3 (ຕາມ​ເວລາ​ຫວຽດນາມ), ຢູ່​ລາ​ໄຮ ປະ​ເທດ​​ໂຮ​ນ​ລັງ ​ໄດ້​ໄຂກອງ​ປະຊຸມ​ສຸດ​ຍອດ​ຄວາມ​​ໝັ້ນຄົງປອດ​ໄພ​ດ້ານ​ນິວຄະ​ເລຍຄັ້ງ​ທີ 3 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 53 ປະ​ເທດ ​ແລະ 5 ອົງການ​ຈັດຕັ້ງສາກົນ, ​ໃນ​ນັ້ນມີ​ການ​ນຳ​ຂັ້ນສູງ 40 ທ່ານ. ຄະນະ​ຜູ້​ແທນ​ຫວຽ​ດນາມ ​ໂດຍທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ນຳ​ໜ້າ​ເຂົ້າຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນເພື່ອ​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ, ຮັບປະກັນ​ຄວາມໝັ້ນຄົງ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ປະຊາ​ຄົມ​ໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ພ້ອມ​ກັບ​ບັນດາ​ປະມຸກ​ລັດ, ການ​ນຳ​ລັດຖະບານ​ປະ​ເທດ​ຕ່າງໆ ສຸມ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີຄວາມ​​ໝັ້ນຄົງປອດ​ໄພ​ດ້ານ​ນິວຄະ​ເລຍ ຫລຸດຜ່ອນ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ​ນິວ​ເຄຼຍ ​ແລະ ຕີ​ລາຄາ​ຄືນ​ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 1 ຢູ່ວໍ​ຊິງ​ຕັນ​ ໃນ​ປີ 2010 ​ແລະ ກອງ​ປະຊຸມ​ຄັ້ງທີ 2 ຢູ່​ເຊີ​ອຸນ ​ໃນ​ປີ 2012. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ພອ້ມກັບ​ບັນດາ​ການ​ນຳ​ຂັ້ນສູງ​ກໍ່​ປຶກສາ​ຫາລື ​ແລະ ວາງ​ອອກ​ບັນດາ​ການ​ກຳນົດ​ທິດ​ໃຫ່ຍ ​ແລະ ບັນດາ​ມາດ​ຕະການ​ລະອ​ຽດ​ໃນ​ ​​ໄລຍະຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ຮັບປະກັນວາມ​​ໝັ້ນຄົງປອດ​ໄພ​ດ້ານ​ນິວຄະ​ເລຍ​ໃນ​ທົ່ວ​ໂລກ.

   ກ່ອນ​ເຂົ້າຮ່ວມ​ວາລະ​ໄຂ​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ກຸ່ມ​ບໍລິສັດ Danmen ຊື່​ງ​ແມ່ນ​ກຸ່ມ​ບໍລິສັດ​ຕໍ່​ກຳ​ປັ່ນ​ໃຫ່ຍກ່ວາ​ໝູ່​ຂອງ​ໂຮ​ນລັງ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຸ່ມ​ບໍລິສັດ​ຕໍ່​ກຳ​ປັ່ນ​ອັບ​ດັບ​ໜຶ່ງ​ຂອງ​ເອີ​ລົບ ​ແລ​ະ ​ໃນ​ໂລກ./.

ຂ່າວ/ບົດ​ອື່ນ