ຫວຽດນາມເຂົ້າຮ່ວມກອງປະຊຸມ ADSOM+

ຫວຽດນາມເຂົ້າຮ່ວມກອງປະຊຸມ ADSOM+  - ảnh 1
ທ່ານ​ພົນ​​ໂທ ຫງວຽນ​ຈີ​ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​,
ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

Vovworld- ກອງ​ປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງບັນດາປະເທດອາຊຽນ ເປີດກ້ວາງ (ADSOM+) ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 4/4 ຢູ່ບຣູ​ໄນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາຮອງ​ລັດຖະມົນຕີ, ​ເລ​ຂາທິການ​ໃຫຍ່ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້ຕາງໜ້າ​ທີ່​ມາ​ຈາກ 18 ປະ​ເທດ​ພາຄີ ADSOM+ ( 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ເຈລະຈາ​ຂອງ​ອາ​ຊຽນຄື ຈີນ, ຍີ​ປຸ່ນ, ສ.​ເກົາຫຼີ, ລັດ​ເຊຍ, ອາ​ເມ​ລິ​ກາ, ອີນ​ເດຍ, ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ ພ້ອມ​ກັບ​ຜູ້ຕາງໜ້າ​ຄະນະ​ເລຂາ​ອາ​ຊຽນ. ກອງ​ປະຊຸມ​ໄດ້​ເລັ່ງ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ສະພາບການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ, ​ເນັ້ນ​ໜັກ​ເຖິງ​ສະພາບ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາ​ຫຼີ, ຄວາມ​ວິຕົກ​ກັງວົນ​ຕໍ່​ບັນຫາ​ຄວາມ​ສະຫງົບ​, ຄວາມປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ​ຄື​ບັນຫາ​ພິພາດ​ອະທິປະ​ໄຕ, ຊັບພະຍາກອນ​ຢູ່​ບັນດາ​ເຂດ​ທະ​ເລ, ​ໃນ​ນັ້ນ​ມີ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​​ໂທ ຫງວຽນ​ຈີ​ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມຢືນຢັນ​ວ່າ ​ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ຝັ່ງ​​ແຄມ​ທະ​ເລຕາ​ເວັນ​ອອກ​ທີວ​ຢຽດ, ຫວຽດນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ແຫ່ງ​ນີ້. ຫວຽດນາມໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ສະ​ເໜີ​ບັນດາ​ຝ່າຍ​ຈົ່ງ​ແກ້​ໄຂ​ການ​ພິພາດ​ໂດຍ​​ສັນຕິ​ວິທີ ບົນ​ພື້ນຖານການ​ເປີດ​ເຜີຍ, ຄວາມ​ກະຈ່າງ​ແຈ້ງ, ​ເຄົາລົບ​ປະຕິບັດບັນດາຄຳ​ໝັ້ນ​ສັນຍາ​ສາກົນ ​ແລ​ະ ພາກ​ພື້ນ​, ​ໃນ​ນັ້ນ​ມີ​ສົນທິສັນຍາ ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົ​ດໝາຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC) , ຖະ​ແຫຼງການ 6 ຂໍ້​ຂອງ​ອາ​ຊຽນກ່ຽວກັບ​ບັນຫາ ທະ​ເລ​ຕາ​ເວັນ​ອອກ​ປີ 2012 ​ແລະ ພ້ອມ​ກັນ​ມານະ​ພະຍາຍາມ​ເພື່ອ​ບັນລຸປະມວນ​ລະບຽບການ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC). ຫວຽດນາມ​ໄດ້ ​ແລະ ຈະ​ສືບ​ຕໍ່​ພະຍາຍາມ​ຢ່າງ​ສູງ​ສຸດ ​ເພື່ອ​ຮັບປະກັນ​​ເສລີພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ໃນ​ການ​ເດີ​ນ ທະ​ເລສາກົນ ​ແລະ ​ເຂດ​ໄຫຼ່​ທະວີບ​ໂດຍ​ຫວຽດນາມ​ຄຸ້ມ​ຄອງ. ຫວຽດນາມສະ​ເໜີບັນດາ​ປະ​ເທດ ບໍ່​ນຳ​ໃຊ້​ອາວຸດ​ໃນ​ການ​ປະພຶດ​ຕໍ່​ກັບ​ຊາວ​ປະມົງ​ຢ່າງ​ເດັດຂາດ ​ແລະ ບັນດາ​ຜູ້​ອອກ​ແຮງ​ງານ​ຢ່າງ​ສັນຕິພາບ​ບັນ​ທະ​ເລ. ​ໃນ​ຂະນະ​ນັ້ນ, ທ່ານ Mark lippert , ຜູ້​ຊ່ວຍວຽກລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ , ຮັບ​ຜິດ​ຊອບ​ກ່ຽວ​ກັບ​ອາຊີ​ປາຊີ​ຟິກໃຫ້​ຮູ້​ວ່າ : ອາ​ເມ​ລິ​ກາ​ສະໜັບສະໜູນ ຮັບປະກັນເສລີພາບ​ໃນ​ການ​ເດີ​ນ​ເຮືອ ​ແລະ ການ​ຈໍ​ລະ​ຈອນບັນ​ທະ​ເລ, ສະໜັບ​ໜູນປະມວນ​ລະບຽບການ​ຢູ່ ທະ​ເລ​ຕາ​ເວັນ​ອອກລະຫວ່າງ ອາຊຽນ-ຈີນ.  

 

 

 

 

ຂ່າວ/ບົດ​ອື່ນ