ຫວຽດນາມເຂົ້າຮ່ວມກອງປະຊຸມFAOຄັ້ງທີ33ເຂດອາຊີ-ປາຊີຟິກ

ຫວຽດນາມເຂົ້າຮ່ວມກອງປະຊຸມFAOຄັ້ງທີ33ເຂດອາຊີ-ປາຊີຟິກ - ảnh 1
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)

(vovworld) –​ ວັນ​ທີ 10/03, ກອງ​ປະ​ຊຸມ​ຄັ້ງ​ທີ 33 ຂອງອົງການ​ອາຫານ ​ແລະ ການ​ກະ​ເສດສະ​ຫະ​ປະ​ຊາ​ຊາດ (FAO) ເຂດ​ອ​າ​ຊ​ີ - ປາ​ຊີ​ຟິກ ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສູນກອງ​ປະ​ຊຸມ​ສາມ​ກົນ Putrajaya, ປະ​ເທດ​ມາ​ເລ​ເຊຍ ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ ແລະ ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ແລະ ຜູ້​ແທນ, ນັກ​ຊ່ຽວ​ຊາ​ນ​​ນັບ​ຮ້ອຍ​ຄົນທີ່​ມາ​ຈາກ 46 ປະ​ເທດ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເລ​ກ໋ວກ​ແ​ຍງ ນຳ​ໜ້າ.

    ໃນ​ບົດປະ​ກອບ​ຄວາມ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເລ​ກ໋ວກ​ແ​ຢງ ໃຫ້​ຮູ້​ວ່າ, ການ​ພັດ​ທະ​ນາ​ກະ​ສິ​ກຳ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແມ່ນ​ພື້​ນ​ຖານ​ສຳ​ຄັນ​ສຳ​ລັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ແລະ ການ​ເ​ມືຶອງ, ເປັນ​ພື້ນ​ຖານ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ແຕ​່​ລະ​ປະ​ເທດ. ຫວຽດ​ນາມ ​ໄ​ດ້​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ໃນ​ລະ​ດັບ​ຊາດ​ແລ້ວ. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ FAO ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເພື່ອຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ແລະ ບັນ​ລຸ​ໄດ້​ຄາດໝາຍ 1 ແລະ 2 ຂອງ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ດ້ວຍ​ວິ​ທີ​ເຂົ້າ​ຮ່ວມ​ກັບ FAO ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວ​ມ​ມື​ໃຕ້-ໃຕ້ ໃນ​ພາກ​ພື້ນ ແລະ ແບ່ງ​ປັນ​ບົດ​ຮຽນ​ກັບ​ປະ​ເທດ​ຕ່າງ​ໆ.

ຂ່າວ/ບົດ​ອື່ນ