ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ17ຂະບວນການບໍ່ຮ່ວມກຸ່ມ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ17ຂະບວນການບໍ່ຮ່ວມກຸ່ມ - ảnh 1
ທ່ານປະທານາທິບໍດີ ເວເນເຊລາ ຕ້ອນຮັບທ່ານ ຟ້າມບີງມິງ
(ພາບ: BNG)

(vovworld) - ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 17 ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ດ້ວຍ​ຫົວ​ຂໍ້ “ສັນຕິພາບ, ອະທິປະ​ໄຕ ​ແລະ ສາມັກຄີ​ ​ເພື່ອ​ພັດທະນາ” ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່ ​ເວ​ເນ​ເຊ​ລາ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຟ້າ​ມບີ​ງມິ​ງ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນຂອງ ຫວຽດນາມ ທີ່​ມີ​ຕໍ່​ຂະ​ບວນການ, ພ້ອມ​ທັງ ​​ເປັນ​ການສະ​ແດງ​​ຄວາມ​ສະໜັບສະໜູນ​ນ້ຳ​ໃຈ​ສະມາ​ຄີ​ກັບປະ​ເທດ​ເຈົ້າພາບ ​ເວ​ເນ​ເຊ​ລາ ​ແລະ ບັນດາ​ປະ​ເທ​ດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ ຢູ່​ ອາ​ເມ​ລິ​ກາ​ລາຕີ​ນ ​ເວົ້າ​ລວມ. ​ເນັ້ນ​ໜັກ​ເຖິງ​ບັນດາ​ການ​ປະກອບສ່ວນ​ຂອງຄະນະ ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່າ​ກີ​ມ​ງອກ ​ໃຫ້​ຮູ​ວ່າ ຫວຽດນາມ ​ໄດ້​ປະກອບ​ທັດສະນະຢ່າງ​ຕັ້ງໜ້າ​ ດ້ວຍຈຸດປະສົງ​ຮັກສາ​ທິດ​ທາງ​ຂອງ​ຂະ​ບວນການ​ໃຫ້​ໝັ້ນຄົງ​ໃນ​ສະພາບ​ສາກົນ​​ສັບສົນ​ຄື​ໃນ​ປະຈຸ​ບັນ. ຫວຽດນາມ ກໍ່​ໄດ້​ຕັ້ງໜ້າ​ສະໜັບສະໜູນ​ແລກປ່ຽນ​ກັບປະ​ເທດ​ເຈົ້າພາບ ບົນ​ຈິດໃຈ​ສ້າງສັນ​ ກົງ​ໄປ​ກົງ​ມາ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ, ຄວາມ​ແຕກ​ຕ່າງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ວິວັດ​ການ​ກອງ​ປະ​ຊຸມ, ບົນ​ພື້ນ​ຖານ​ບັນດາ​ຫຼັກການ​ຂອງ​ຂະ​ບວນການ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.

 

ຂ່າວ/ບົດ​ອື່ນ