ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ29ສະພາສິດທິມະນຸດສປຊ

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ29ສະພາສິດທິມະນຸດສປຊ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທ່ງ​ຈ​ູງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ການ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ກາງ)
(ພາ​ບ: Tố Uyên/TTXVN)

(vovworld) – ວັນ​ທີ 15/6, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ໄຂ​ກອງ​ປະ​ຊຸມ​ຊຸດທີ 29 ຢູ່ ເຊີ​ແນວ, ປະ​ເທດ ສະ​ວິດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທ່ງ​ຈ​ູງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ການ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ອົງ​ການ​ການ​ຄ້າ​​ໂລກ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ຢູ່ ເຊີ​ແນວ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ, ຂ້າຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ Zeid Ra’ad Al Hussei ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ຂອງ ສ​ປ​ຊ ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ພາຍຫຼັງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ. ຜູ້​ນຳ​​ອົງ​ການ​ຂະຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​ຫວັງ​ວ່າ​ກອງ​ປະ​ຊຸມ​ສ​ະ​ພາ​ສິດ​ທິ​ມະ​ນຸດ ຄັ້ງ​ນີ້​ຈະ​ແກ້​ໄຂ​ບັນ​ດາ​ສິດ​ຂອງ​ຜູ້​ອົບ​ພະ​ຍົບ​ໃນ​ສະ​ພາບ​ການ​ເກີດ​ວິ​ກິດ​ການ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຜູ້​ອົບ​ພະ​ຍົບ​ທີ່ພວ​ມ​ເດີນ​ທາງ​ໄປ ເອີ​ລົບ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອົດ​ສະ​ຕາ​ລີ.

        ກອງ​ປະ​ຊຸມ​ສິດ​ທິ​ມະ​ນຸດ ຊຸດ​ທີ 29 ດຳ​ເນີນ​ໄປ​ໃນ​ວັນ​ທີ 15/6 ຮອດ​ວັນ​ທີ 3/7/2015 ຢູ່​ເຊີ​ແນວ ເພື່ອ​ແນ​ໃສ່​ສ້າງ​ກາ​ລະ​ໂອ​ກາດ​ແກ້​ໄຂ​ບາງ​ບັ​ນ​ຫາ​​ຮ້ອນ​ເຮັ່ງ​ທີ່​ສຸດ​ໃນ​ທົ່ວ​ໂລກ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິ​ດ​ທິ​ມະ​ນຸດ.


ຂ່າວ/ບົດ​ອື່ນ