ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ66ສະມັດຊາໃຫຍ່ອົງການອະນາໄມໂລກ

ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ66ສະມັດຊາໃຫຍ່ອົງການອະນາໄມໂລກ - ảnh 1
ທ່ານ​ນາງ ຫງວຽນ​ທິກີມ​ຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ
ພາບ:internet


(vovworld)-ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາງ ຫງວຽນ​ທິກີມ​ຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ເປ​ັນຫົວຫນ້າ​ຄະນະ​ໄດ້​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 66 ສະມັດຊາ​ໃຫຍ່ອົງການ​ອະນາ​ໄມໂລກ, ຊື່​ງ​ແມ່ນ​ອົງການ​ວາງ​ນະ​ໂຍບາຍ​ສູງ​ສຸດ​ຂອງ​ອົງການ​ອະນ​າ​ໄມ​ໂລກ(WHO) ຊື່​ງດຳ​ເນີນ​ແຕ່​ວັນ​ທີ 20 - 28/5 ຢູ່ ​ເຊີ​ແນວ   ປະ​ເທດ​ສະ​ວິດ. ​ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ​ຄົບ​ຄະນະພາຍ​ໃຕ້​ຫົວ​ຂໍ້​ວ່າ​: ​ເບີ່​ງ​ແຍງ​ດູ​ແລສຸຂະພາບ​ແຫ່ງ​ຊາດ​ຢູ່​ຫວຽດນາມ​ໃນ​ໄລຍະ​ໃຫ​ມ່, ທ່ານ​ນາງ​ລັດຖະມົນຕີ         ຫງວຽນ​ທິກິມຕຽນ ​ເນັ້ນ​ຫນັກ​ວ່າ: ການ​ຮັກສາ, ​ເບີ່​ງແຍງ​ດູ​ແລ ​ແລະ ປົວ​ແປງສຸຂະພາບ​ໃຫ້​ແກ່​ປະຊາຊົນ​ບໍ່​ພຽງ​ແຕ່​ແມ່ນ​ຈຸດໝາຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຍຸດ​ທະ​ສາດ​ຂອງ​ຂະ​ແຫນງ​ສາທາລະນະ​ສຸກ​ໃນ​ໄລຍະ 2011 - 2020 ອີກ​ດ້ວຍ. ​ໂດຍ​ມີ​ການ​ລົງທຶນ​ຂອງ​ລັດຖະບານ ​ແລະ ບັນດາ​ການ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ​ເຕັກນິກ​ຂອງ​ບັນດາ​ຄູ່​ຮ່ວມ​ມື, ການ​ປະກອບສ່ວນ​ຂອງ​ທັງ​ສັງຄົມ, ຂົງ​ເຂດ​ສາທາລະນະ​ສຸກ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ກ້າວຫນ້າ​ດີ​ພໍ​ສົມຄວນ​ໃນ​ການ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ ​ແລະ ປະຕິບັດສຳ​ເລັດ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ (MDG) ທີ່ກ່ຽວຂ້ອງເຖິງຂົງເຂດສຸຂະພາບ. ກອງປະຊຸມດັ່ງກ່າວແມ່ນໂອກາດດີເພື່ອໃຫ້ບັນດານັກຄຸ້ມຄອງກໍຄືນັກວິຊາສະເພາະຂອງບັນດາປະເທດໄດ້ຖອດ​ຖອນ, ​ແລກປ່ຽນ​ບົດຮຽນ​ເພື່ອ​ວາງ​ອອກ​ບັນດາ​ໂຄງການ​ເຄື່ອນ​ໄຫວທີ່ເໝາະ​ສົມ​ທີ່​ສຸດ​ໃຫ້​ແກ່ປະ​ເທດ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ຂົງ​ເຂດສາທາລະນະ​ສຸກເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ມີ​ເງື່ອນ​ໄຂ​ເສດຖະກິດ​ຄ້າຍຄື​ກັນ ​ແລະ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ໃນ​ໂລກສາມາດ​ຄວບ​ຄຸມ​ໂລກSARS ​ສຳ​ເລັດຜົນ.

 

 

ຂ່າວ/ບົດ​ອື່ນ