ຫວຽດນາມເຂົ້າຮ່ວມກອງປະຊຸມຕ້ານການສໍ້ລາດບັງຫລວງຂອງສປຊ

 ຫວຽດນາມເຂົ້າຮ່ວມກອງປະຊຸມຕ້ານການສໍ້ລາດບັງຫລວງຂອງສປຊ - ảnh 1
ທ່ານ​ນາງ ​ເລ​ທິຖູ​ຍ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ
(ພາບ: ອິນເຕີແນັດ)


(vovworld) – ວັນ​ທີ 2/11, ຢູ່​ນະຄອນ St. Peterburg ສະຫະພັນ ລັດ​ເຊຍ, ​​ໄດ້ໄຂ​ກອງ​ປະຊຸມ​ຄັ້ງ​ທີ 6 ກອງ​ປະຊຸມ​ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ປ້ອງ​ກັນ, ​ຕ້ານການສໍ້ລາດ​ບັງ​ຫລວງ (COSP). ກອງ​ປະຊຸມ​ມີ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ ​ແລະ ວິ​ສາ​ຫະກິດ​ໃນ​ວິວັດ​ການ​ປ້ອງ​ກັນ ​ແລະ ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຜູ້​ແທນ 1.000 ກ່ວາ​ທ່ານທີ່​ເປັນ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ, ລັດຖະບານ, ອົງການ​ຈັດ​ຕັ້ງ​ສັງຄົມ, ພາກ​ເອກະ​ຊົນ, ວົງ​ການ​ສື່​ມວນ​ຊົນ​ທີ່​ມາ​ຈາກ 100 ກ່ວາ​ປະ​ເທດ​ສະມາຊິກ ​ແລະ ພິ​ເສດ​ແມ່ນ​ການ​ນຳ​ຄະນະ​ກຳມະການ​ຕ້ານການ​ສໍ້​ລາດ​ບັງ​ຫລວງ​ຂອງ 30 ປະ​ເທດ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ນາງ ​ເລ​ທິຖູ​ຍ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ນຳ​ໜ້າ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ​ເລ​ທິຖູ​ຍ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ຊີ້​ແຈ້ງວ່າ: ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຍູ້​ແຮງ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຖື​ເລື່ອງ​ປະຕິບັດ​ສົນທິສັນ​ຍາ ສປຊ ກ່ຽວ​ກັບ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເປັນ​ໜ້າ​ທີ່​ສຳຄັນ, ບຸລິມະສິດ​ເປັນ​ແຖວ​ໜ້າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພາກສ່ວນ​ສັງຄົມ​​ທີ່ແຕກຕ່າງ​ກັນ. ຕາມ​ທ່ານ​ນາງ​ເລ​ທິຖູຍ ​ແລ້ວ, ໝາກຜົນ​​ແຫ່ງ​ການຕີ​ລາຄາການ​ປະຕິບັດ​ສົນທິສັນຍາ​ໃນຂັ້ນ​ຕອນທຳ​ອິດ​ໄດ້​ຢືນຢັນ​​ໃຫ້​ເຫັນບັນດາ​ຄວາມ​ມານະ​ພະ​ຍາ​ຍາມສຳຄັນ​ຂອງ ຫວຽດນາມ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

       

ຂ່າວ/ບົດ​ອື່ນ