ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງອ​ອນ​ລາຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ລ​ີ​ບັງ ແລະ ຊູ​ດັງ

(VOVWORLD) -ວັນທີ 11 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບັງ ແລະ ການປະຕິບັດໜ້າທີ່ຂອງ ກຳລັງຊົ່ວຄາວສປຊ ທີ່ປະຈຳຢູ່ປະເທດນີ້ (UNIFIL).
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງອ​ອນ​ລາຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ລ​ີ​ບັງ ແລະ ຊູ​ດັງ - ảnh 1ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ລີບັງ ແລະ ຊູດັງ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳ ສປຊ ຖືວ່າ ຕ້ອງຖືໜ້າທີ່ຊ່ວຍກູ້ເອົາຊີວິດປະຊາຊົນແມ່ນບຸລິມະສິດສູງສຸດ, ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ລີບັງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າໃນສະພາບການຄືໃນປັດຈຸບັນ, ບົດບາດຂອງ UNIFIL ຍິ່ງມີຄວາມຈຳເປັນເພື່ອຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງຊ່ວຍ ລີບັງ ຜ່ານຜ່າຄວາມຫຍຸ້ງຍາກ ໃນປັດຈຸບັນ.

      ກ່ຽວກັບສະພາບການຫວ່າງມໍ່ໆມານີ້ຢູ່ Darfur, ຊູດັງ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງບົດບາດນຳໜ້າຂອງລັດຖະບານຊູດັງໃນການຮັບປະກັນຄວາມໝັ້ນຄົງຢູ່ທີ່ນີ້, ທ່ານກໍ່ຮັບຮູ້ຄວາມມານະພະຍາຍາມຂອງລັດຖະບານ, ໃນການຮັບມືກັບບັນດາເຫດການໃຊ້ຄວາມຮຸນແຮງໃນຫວ່າງແລ້ວນີ້ ແລະ ຮຽກຮ້ອງໃຫ້ແກ້ໄຂສາຍເຫດຕົ້ນຕໍຂອງບັນຫານີ້.

      ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ