ຫວຽດນາມເຂົ້າຮ່ວມກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສກູຄັ້ງທີ 4

ຫວຽດນາມເຂົ້າຮ່ວມກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສກູຄັ້ງທີ 4 - ảnh 1
ທ່ານ​ພົນ​ຕີ ຫວໍ​ວັນ​ຕ໋ວນ ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​
ກອງທັບ​ປະຊາຊົນ​ຫວຽດນາມ
(ພາບ: Lâm Khánh/TTXVN)


 (vovworld) - ກອງ​ປະຊຸມປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ​ ມົດສກູ ​ຄັ້ງ​ທີ 4 ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 16-17/4 ຢູ່ ມົດສກູ, ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊ​ຍ ຈັດ​ຕັ້ງ, ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​​ການນຳການ​ທະຫານ ​ແລະ ການປ້ອງ​ກັນຊາ​ດທີ່​ມາ​ຈາກ​ກ່ວາ 70 ປະ​ເທດ ​ແລະ 6 ອົງການ​ສາກົນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ພົນ​ຕີ ຫວໍ​ວັນ​ຕ໋ວນ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດ​ປະກອບ​ຄວາມ​ເຫັນ​​ໃນວາລະ​ປຶກສາ​ຫາລື​ຢູ່​ໜ່ວຍ​ງານ.

        ຫົວ​ຂໍ້​ຢູ່​ກອງ​​ປະຊຸມ​ຄັ້ງ​ນີ້​ ​ແມ່ນ​ບັນຫາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ໂລກ. ຫວົຂໍ້​ນີ້​ໄດ້​ດຶງ​ດູດ​ຄວາມ​ສົນໃຈ​​ພິ​ເສດຈາກ​ຫາງ​ສຽງ​ສາກົນ ກໍ່​ຄື​ປະ​ເທດ​ເຈົ້າພາບ ​ເຊິ່ງສະ​ແດງ​ຜ່ານ​ເລື່ອງ​ບັນດາ​ການ​ນຳຊັ້ນ​ນຳ​ຂອງ​ລັດ​ເຊຍ​ ​ໄດ້ອ່ານ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ຜູ​້ແທນສຸມ​ໃສ່​ປຶກສາ​ຫາລື 2 ຫົວ​ຂໍ້​ໃຫຍ່ ​ເຊິ່ງລວມມີ: ​​ແງ​່ຫວັງການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ລະຫວ່າງ​ບັນດາ​ປະ​ເທດ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ສະພາບ​ການ Afghanistan ພາຍຫຼັງ​ບັນດາ​ກຳລັງ​ຮັກສາ​ສັນຕິພາບ​ສາກົນ​ຖອນ​ອອກ​ຈາກ​ປະ​ເທດ​ນີ້, ກໍ່​ຄື​ບັນດາ​ມາດ​ຕະການ​ຕ້ານ​ຄືນ​ໄພນາບ​ຄູ່​ທີ່​ເປັນອັນຕະລາຍ​ທີ​່ສຸດ ​ແມ່ນ ລັດ​ອິດສະລາມ (IS) ອ້າງ​ຊື່​ເອງ; ຫົວ​ຂໍ້​ປຶກສາ​ຫາລື​ທີສອງ​ເຕື້ອງ​ເຖິງ​ບົດບາດ​ຂອງ​ບັນດາ​ເຄື່ອງ​ມື​ດ້ານ​ການ​ເມືອງ-​ການ​ທະຫານ​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ທ່ານ​ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ພົນ​ຕີ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຫວໍ​ວັນ​ຕ໋ວນ ຢືນຢັນ​ວ່າ: ຫຼັກ​ໝັ້ນ​ຂອ​ງ ຫວຽດນາມ ສະໜັບ​ສະ​ໜູນການ​ເປີດ​ກ້ວາງ ​ແລະ ຍົກ​ສູງ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ, ບັນດາ​ກົນ​ໄກ​ປ້ອງ​ກັນ​ຄວາມ​ສະຫງົບ​ຫຼາຍ​ຝ່າຍ, ​ໃນ​ນັ້ນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ