ຫວຽດນາມເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດອາຊີ-ເອີລົບຄັ້ງທີ1

ຫວຽດນາມເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດອາຊີ-ເອີລົບຄັ້ງທີ1 - ảnh 1
ທ່ານ ອວງຈູລູຍ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ວັນ​ທີ 19/4, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະທານ​ສະພາ​ແຫ່ງ​ຊາດບັນດາ​ປະ​ເທດ ອາຊີ - ​ເອີ​ລົບ ຄັ້ງ​ທີ 1 ທີ່​ມີ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ລະຫວ່າງ​ທະວີບ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ ອາຊີ - ​ເອີ​ລົບ ​ໃນ​ສະຕະວັດ​ທີ​ 21”.

        ​ໃນ​ບົດ​ກ່າວ​ປ​າໄສ​ໄຂ​ກອງ​ປະຊຸມ, ທ່ານ Sergey Naryshkin, ປະທານ​ສະພາ​ຕຳ່ ລັດ​ເຊຍ, ​ເປັນ​ປະ​ທານ​ຮ່ວມ​ກອງ​ປະຊຸມ​ປະທານ​ສະພາ​ແຫ່ງ​ຊາດ ອາຊີ - ​ເອີ​ລົບ ຄັ້ງ​ທີ 1, ​ໄດ້​ຍົກ​ໃຫ້​ເຫັນ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ພາກ​ພື້ນ ​ແລະ ຢັ້ງຢືນ​ທຸກໆ​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ຄ້າ​ສາກົນ​ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ແລກປ່ຽນ ​ແລະ ປະຕິບັດ​ດ້ວຍ​ລະບົບການ​ຄ້າ​ທົ່ວ​​ໂລກ. ທ່ານ​ປະທານ​ຮ່ວມ​ກອງ​ປະຊຸມ Chung Ui Hua, ປະທານ​ສະພາ​ແຫ່ງ​ຊາດ ສ. ​ເກົາຫຼີ ກໍ່​ຢັ້ງຢືນ​ຄວາມ​ໝາຍ​ຂອງ​ກອງ​ປະຊຸມ​ດ້ວຍ​ບັນດາ​ບັນຫາ, ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ພາກ​ພື້ນ ​ແລະ ຫວັງ​ວ່າ​ເວທີ​ປາ​ໄສ​ຄື​ແນວ​ນີ້​ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ເຊັ່ນ​ນັ້ນ.

        ຕາງໜ້າ​ໃຫ້​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລູວ, ກ່າວ​ຄຳ​ເຫັນ​ແນະນຳ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຫວຽດນາມ, ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ. ທ່ານ​ກ່າວ​ວ່າ:

        “ຫວຽດນາມ ຢັ້ງຢືນມີ​ຄວາມ​ສະໜິດ​ຕິ​ດພັນ​ກັບ​ວິວັດການ​ຮ່ວມ​ສຳພັນ ອາຊີ - ​ເອີ​ລົບ. ຫວຽດນາມ ກຽມພ້ອມ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ເພື່ອ​ແນ​ໃສ່​ຜ່ານ​ຜ່າ​ທຸກໆ​ສິ່ງ​ທ້າ​ທາຍ ​ແລະ ຍາດ​ແຍ່ງ​ບັນດາ​ໂອກາດ​ຂອງ​ການ​ຮ່ວມ​ມື ອາຊີ - ​ເອີ​ລົບ ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ.”

        ​ເມື່ອ​ສິ້ນ​ສຸດ​ມື້​ເຮັດ​ວຽກ​ທຳ​ອິດ, ບັນດາ​ຜູ້​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ປະກອບ​ດ້ວຍ 17 ຂໍ້, ຍົກ​ອອກ​ບັນດາ​ຂໍ​້ສະ​ເໜີ​ລະອຽດ​ກ່ຽວ​ກັບ​ກາ​ນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ລັດຖະສະພາ​ໃນ​ພາກ​ພື້ນ, ​ໃນ​ຫຼາຍຂົງ​ເຂດ.

                                               

ຂ່າວ/ບົດ​ອື່ນ