ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ

(VOVWORLD) -ວັນທີ 27 ເມສາ, ກ່ອນການດຳເນີນກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 32, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ( AMM) ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສິງກະໂປ.

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິງມິງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ AMM 

(ພາບ:TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ AMM ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.

        ທີ່ກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີ ຈະປຶກສາຫາລືກ່ຽວກັບຄວາມກ້າວໜ້າຂອງພາກພື້ນໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມສຳຄັນ; ກວດກາຄືນວິວັດທະນາການ ແລະ ກຳນົດທິດໃຫ້ອະນາຄົດຂອງບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ; ບັນດາລັດຖະມົນຕີກໍປຶກສາຫາລືກ່ຽວກັບບັນດາບຸລິມະສິດຂອງອາຊຽນ ດ້ວຍຫວົຂໍ້ວ່າ: “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແລະ “ປ່ຽນໃໝ່” ຕາມການສະເໜີຂອງສິງກະໂປ. ຄຽງຂ້າງນັ້ນ, ບັນດາລັດຖະມົນຕີກໍຈະປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາກ່ຽວຂ້ອງຂອງພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ ເປັນຕົ້ນແມ່ນ ບັນຫາຢູ່ທະເລຕາເວັນອອກ, ສະຖານະການໃໝ່ກ່ຽວຂ້ອງເຖິງແຫຼມເກົາຫຼີ, ການຕ້ານລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ, ຄວາມໝັ້ນຄົງໃນການເດີນທະເລ ແລະ ບັນດາບັນຫາຄວາມໝັ້ນຄົງແບບໃໝ່ອື່ນ.

        ແລະກໍໃນວັນດຽວກັນ, ຫຼາຍເຫດການ ລວມມີກອງປະຊຸມສະພາປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ (APSC) ຄັ້ງທີ 17 ແລະກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 21 ກໍຈະໄດ້ດຳເນີນ .

ຕອບກັບ

ຂ່າວ/ບົດ​ອື່ນ