ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຄັ້ງທີ 13

(VOVWORLD) -ເລື່ອງເຂົ້າຮ່ວມ ADMM ຄັ້ງທີ 13 ຂອງຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນບັນດາຂົງເຂດຮ່ວມມືຂອບເຂດ ADMM

ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ປຣະວິດ ວົງສຸວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ, ຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ, ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 13 ເຊິ່ງໄດ້ດຳເນີນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 09 – 12 ກໍລະກົດ.

        ເລື່ອງເຂົ້າຮ່ວມ ADMM ຄັ້ງທີ 13 ຂອງຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນບັນດາຂົງເຂດຮ່ວມມືຂອບເຂດ ADMM; ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີມຂອງຫວຽດນາມ ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດອາຊຽນ; ພ້ອມທັງຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ສຳລັບພາກພື້ນ ແລະ ໂລກ ຜ່ານການເຄືອຍໄຫວຢູ່ບັນດາເວທີປາໄວຫຼາຍຝ່າຍ; ຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ