ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ລັດ​ຖະ​ມົນ​ຕີ OECD 2023

(VOVWORLD) - ທ່ານລັດຖະມົນຕີບຸຍແທັງເຊີນ ເນັ້ນໜັກວ່າ ການຫັນປ່ຽນເປັນເສດຖະກິດສີຂຽວ, ໝູນວຽນ, ປ່ອຍທາດພິດໜ້ອຍລົງ ຍາມໃດກໍ່ແມ່ນແຜນນະໂຍບາຍພັດທະນາລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ລັດ​ຖະ​ມົນ​ຕີ OECD 2023 - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສະພາລັດຖະມົນຕີອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) 2023 ທີ່ ດຳເນີນຢູ່ ປາຣີ, ປະເທດ ຝລັ່ງ ໃນວັນທີ 08 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສືບຕໍ່ເຂົ້າຮ່ວມ ແລະ ແມ່ນນັກປະຖະກະຖາໃນວາລະປຶກສາຫາລືກ່ຽວກັບ “ການ ປ່ອຍທາດພິດລົງລະດັບ 0, ການພັດທະນາແບບຍືນຍົງ, ຊີວະນາໆພັນ”.

ທ່ານລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກເຖິງສິ່ງທ້າທາຍເຊິ່ງດິນຟ້າອາກາດໄດ້, ພວມ ແລະ ຈະແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງຍຸກສະໄໝ, ນາບຂູ່ເຖິງການຄ້ຳປະກັນດ້ານສະບຽງອາຫານ, ແຫຼ່ງນ້ຳ, ກໍ່ຜົນສະທ້ອນທາງລົບຕໍ່ການທຳມາຫາກິນຂອງປະຊາຊົນໃນທົ່ວໂລກ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຖືວ່າ ໂດຍແມ່ນປະເທດພວມພັດທະນາ, ພື້ນຖານເສດຖະກິດພວມມີການຫັນປ່ຽນ, ເພື່ອປະສົບຜົນສຳເລັດໃນວິວັດການຫັນປ່ຽນເສດຖະກິດຈາກ ການເປັນມົນລະຜິດ ມາເປັນການເປັນມິດກັບສິ່ງແວດລ້ອມ ຕ້ອງຮັບປະກັນບັນດາປັດໄຈຄື: ຄວາມດຸ່ນດ່ຽງ, ຄວາມສະເໝີພາບ, ຄົບຊຸດ ແລະ ບຸກທະລຸ.

ທ່ານລັດຖະມົນຕີບຸຍແທັງເຊີນ ເນັ້ນໜັກວ່າ ການຫັນປ່ຽນເປັນເສດຖະກິດສີຂຽວ, ໝູນວຽນ, ປ່ອຍທາດພິດໜ້ອຍລົງ ຍາມໃດກໍ່ແມ່ນແຜນນະໂຍບາຍພັດທະນາລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີຢັ້ງຢືນວ່າວິວັດການກະທຳເພື່ອດິນຟ້າອາກາດ ຈະປະສົບຜົນສຳເລັດໄດ້ກໍ່ ດ້ວຍການໜູນຊ່ວຍຂອງເພື່ອນມິດສາກົນ, ພິເສດແມ່ນ OECD ຜ່ານການໜູນຊ່ວຍທຶນບູລິມະສິດ, ການຖ່າຍທອດເຕັກໂນໂລຢີ, ການສ້າງລະບອບລະບຽບການນະໂຍບາຍ, ການຄຸ້ມຄອງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.    

ຕອບກັບ

ຂ່າວ/ບົດ​ອື່ນ