ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ

(VOVWORLD) -ວັນທີ 5 ທັນວາ, ຢູ່ສຳນັກງານ ສ.ປ.ຊ ທີ່ນິວຢອກ ປະເທດອາເມລິກາ, ສະມັດຊາໃຫຍ່ ສ.ປ.ຊ ຊຸດທີ 72 ໄດ້ໂຮມປະຊຸມວາລະຄົບຄະນະກ່ຽວກັບຫົວຂໍ້ທີ 77 ໃນໂຄງການດຳເນີນງານກ່ຽວກັບ ມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ
ຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ - ảnh 1 ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ 

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ໄດ້ຢືນຢັນລັກສະນະກວມລວມ ແລະ ເປັນເອກະພາບຂອງຂອງສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ທຸກໆປະເທດຈົ່ງປະຕິບັດບັນດາພນທະຂອງຕົນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທະເລ, ມະຫາສະໝຸດ ແລະ ຊັບພະຍາກອນທະເລແບບຍືນຍົງ ເພື່ອຜົນປະໂຫຍດຂອງມວນມະນຸດ ແລະ ບັນດາລຸ່ນຄົນໃນອະນາຄົດ.

        ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາງ ເອກອັກຄະລັດຖະທູດຫວຽດນາມຫງວຽນເຟືອງງາ ໄດ້ເນັ້ນໜັກວ່າ : ພ້ອມກັບບັນດາປະເທດອາຊຽນ, ຫວຽດນາມຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC). ຫວຽດນາມຊົມເຊີຍອາຊຽນ ແລະ ຈີນໄດ້ຮັບຮອງເອົາຮ່າງກອບກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC), ພ້ອມທັງສະເໜີໃຫ້ດຳເນີນເຈລະຈາຢ່າງແທ້ຈິງເພື່ອສ້າງ COC ທີ່ມີຄວາມສາມາດເປັນໄປ, ສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 

ຕອບກັບ

ຂ່າວ/ບົດ​ອື່ນ