ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາAPECກ່ຽວກັບຄົມມະນາຄົມຢູ່ເມກຊີໂກ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາAPECກ່ຽວກັບຄົມມະນາຄົມຢູ່ເມກຊີໂກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ຄະນະຜູ້​ແທນ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ​ໂດຍ​ທ່ານ ຮອງ​ລັດຖະມົນຕີ ຫງວຽນ​ງອກ​ດົງ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ກ່ຽວ​ກັບ “ດຶງ​ດູດ​ການ​ລົງທຶນ​ພາກ​ເອກະ​ຊົນ​ເຂົ້າ​ການ​ພັດທະນາ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ທາງບົກ, ທາງ​ລົດ​ໄຟ ຕາມ​ຮູບ​ແບບ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP)” ດຳ​ເນີນ​​ໃນ​ວັນ​ທີ 20/7 ຢູ່​​ເມກ​ຊີ​ໂກ. ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ APEC ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ກ່ຽວ​ກັບ TPP ​ໃນ​ປີ 2016. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ລວມມີ​ເຈົ້າ​ໜ​້າທີ່ ​ແລະ ບັນດາ​ສະມາຊິກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ການປະມູນ, ​ໃຫ້​ຄຳ​ປຶກສາ​ນະ​ໂຍບາຍ 30 ທ່ານ​ມາ​ຈາກ 9 ພື້ນຖານ​ເສດຖະກິດ​ສະມາຊິກ APEC ​ລວມມີ: ​ເມກ​ຊີ​ໂກ, ຫວຽດນາມ, ອາ​ເມ​ລິ​ກາ, ກາ​ນາ​ດາ, ຈີ​ເລ, ​ໄທ, ມາ​ເລ​ເຊຍ, ​ເປຣູ ​ແລະ ອົດ​ສະ​ຕາ​ລີ.



ຂ່າວ/ບົດ​ອື່ນ