ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຜັນຂະຫຍາຍຈຸດໝາຍພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຜັນຂະຫຍາຍຈຸດໝາຍພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຈັດ​ຕັ້ງ​ຢູ່​ລ​າວ

(vovworld) - ​ວັນ​ທີ 20/10, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ສ​ະ​ຖາ​ບັນ​ວິ​ທະ​ຍາ​ສາດ​ ສັງ​ຄົມ​ແຫ່ງ​ຊາດ ລາວ (LASS) ສົມ​ທົບ​ກັບ​ສະ​ຖາ​ບັນ​ສິ່ງ​ແວດ​ລ້ອມ ສ. ເກົາຫຼີ (KEI), ສະ​ຖາ​ບັນ​ສິ່ງ​ແວດ​ລ້ອມ Stockholm (SEI, ປະ​ເທດ ຊູ​ແອດ), ສະ​ພາ​ສະ​ຫາ​ບັນ​ດິ​ດ​ວິ​ທະ​ຍາ​ສາດ ແລະ ສັງ​ຄົມ ຫວຽດ​ນາມ (VASS) ແລະ  ສະ​ພາ​ສະ​ຫາ​ບັນ​ດິ​ດ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ (RAC) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ 2016 KEI – SEI – LASS – VASS ດ້ວຍ​ຫົວ​ຂໍ້ “ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ: ສົມ​ທົບ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ສະຫຼາດ ແລະ ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ແມ່​ຍິງ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ສາ​ດ​ສະ​ດາ​ຈານ, ປອ ຫງວຽນ​ກວາງ​ທ໋ວນ, ປະ​ທານ​ສະ​ພາ​ສະ​ຫາ​ບັນ​ດິ​ດ​ວິ​ທະ​ຍາ​ສາດ ແລະ ສັງ​ຄົມ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​່​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແມ່ນ​ຈຸດ​ໝາຍ​ຕະຫຼອດ​​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) 2030. ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ (MDG) ປະ​ສົບ​ຜົນ​ສຳ​ເລັດ ແລະ ດັ່ງ​ນັ້ນ​ໄດ້​ສ້າງ​ບັນ​ດາ​ການ​ປ່ຽນ​ໃໝ່​ອັນ​ໃຫຍ່ຫຼວງ​ໃນ​ພາ​ລະ​ກິດ​​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ ແລະ ຍົກ​ສູງ​​ລະ​ດັບ​ຄອງ​ຊ​ີບຂອງ​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ