ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນສະເຫລີມສະຫລອງ100ປີແຫ່ງວັນການປະຕິວັດສັງຄົມນິຍົມເດືອນຕຸລາ

(VOVWORLD) -ແຕ່ວັນທີ 8-10 ຕຸລາ ຢູ່ ນະຄອນ Kolkata ຂອງອິນເດຍ, ພັກກອມມູນິດ ອິນເດຍ (CPI) ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສຳມະນາສາກົນ 

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາສາກົນສະເຫລີມສະຫລອງ100ປີແຫ່ງວັນການປະຕິວັດສັງຄົມນິຍົມເດືອນຕຸລາ - ảnh 1

ຜູ້ນຳ V. Lenin

ພາບເອກະສານ: History Conflicts 

ດ້ວຍຫົວຂໍ້ວ່າ: “100 ປີແຫ່ງການປະຕິວັດສັງຄົມນິຍົມ ເດືອນຕຸລາ ທີ່ຍິ່ງໃຫຍ່ - ບົດຮຽນໃນອະດີດຕະການ ແລະ ປະຈຸບັນ ກ່ຽວກັບການກໍ່ສ້າງສັງຄົມນິຍົມ - ບົດຮຽນ ແລະ ຍຸດທະສາດໃຫ້ແກ່ບັນດານັກກອມມູນິດໃນໂລກຍຸກປະຈຸບັນ”. ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ເຈີນດັກເລີ້ຍ, ຮອງຫົວຫນ້າຄະນະປະຈຳຄະນະພົວພັນຕ່າງປະເທດສູນກາງພັກນຳຫນ້າ. ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນກ່ຽວກັບຄວາມໝາຍ ແລະ ຜົນສະທ້ອນອັນໃຫຍ່ຫລວງຂອງການປະຕິວັດສັງຄົມນິຍົມເດືອນຕຸລາລັດເຊຍທີ່ຍິ່ງໃຫຍ່, ໃຫ້ການສັງເກດວ່າ ການປະຕິວັດເດືອນຕຸລາ ບໍ່ພຽງແຕ່ປ່ຽນແປງຊາຕາກຳຂອງປະຊາຊົນຊາວຜູ້ອອກແຮງງານລັດເຊຍ ເທົ່ານັ້ນ ຫາກຍັງປ່ຽນແປງຊາຕາກຳຂອງມວນມະນຸດ, ເປີດສັງກາດແຫ່ງການສ້າງສັງຄົມແບບໃຫມ່ບໍ່ມີການຂູດຮີດ ແລະ ທຸກຄົນລ້ວນແຕ່ມີຄວາມສະເຫມີພາບ. ບັນດາຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບສະພາບການໂລກໃນປະຈຸບັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ