ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາເພີ່ມທະວີການເຊື່ອມຕໍ່ອາຊຽນ-ອາເມລິກາລາຕີງຢູ່ອັກຊັງຕິນ

(VOVWORLD) -  ວັນທີ 13 ກໍລະກົດ, ສະພາພົວພັນສາກົນອັກຊັງຕິນ (CARI) ໄດ້ຈັດກອງປະຊຸມສຳມະນາເພີ່ມທະວີການເຊື່ອມຕໍ່ລະຫວ່າງອາຊຽນ ກັບບັນດາພາກພື້ນອາເມລິກາ ລາຕີງ. ກອງປະຊຸມສຳມະນາຖືກດຳເນີນຢູ່ນະຄອນຫຼວງ Buenos Aires ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (08/08/1967 – 08/082017).
ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາເພີ່ມທະວີການເຊື່ອມຕໍ່ອາຊຽນ-ອາເມລິກາລາຕີງຢູ່ອັກຊັງຕິນ - ảnh 1 ພາບປະກອບ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຊວນຢຸງ ຖືວ່າ: ເລື່ອງສະກັດກັ້ນການປະທະກັນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ສ່ວນໜຶ່ງຂອງອາຊີ - ປາຊີຟິກ ແມ່ນໜຶ່ງໃນບັນດາຜົນງານໃຫຍ່ສຸດຂອງອາຊຽນ, ຊ່ວຍບັນດາປະເທດສະມາຊິກປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດສັງຄົມ, ປັບປຸງ ອາຊຽນ ເປັນເອກະພາບ ແລະ ຕ້ານຄືນຄວາມກົດດັນຈາກພາຍນອກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ດັ້ງຊວນຢຸງ ໃຫ້ຮູ້ວ່າ, ຍາມໃດ ອາຊຽນ ກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ປັບປຸງທັດສະນະລວມກ່ຽວກັບບັນຫາດັ່ງກ່າວ, ເຊິ່ງຕາມນັ້ນແລ້ວ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ລວມທັງວິວັດທະນາການທາງການທູດ ແລະ ກົດໝາຍ, ບົນພື້ນຖານປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982…

ຕອບກັບ

ຂ່າວ/ບົດ​ອື່ນ