ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາໂຕະມົນຂອງອາຊຽນ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາໂຕະມົນຂອງອາຊຽນ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: tgvn)

(vovworld) –  ການ​ພົບ​ປະລະຫວ່າງ​ຄະນະ​ກຳມະການ​ບັນດາ​ຜູ້ຕາງໜ້າ​ປະຈຳການ​ຢູ່ ອາ​ຊຽນ (CPR) ກັບ​ກຸ່ມ​ພົວພັນ​ຕ່າງປະ​ເທດ (GER) ຂອງ​ອົງການ​ສຳພັນ​ທະ​ມິດ ປາຊີ​ຟິກ (PA) ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ພົວພັນ ອາ​ຊຽນ - PA: ກາລະ​​ໂອກາດ ​ແລະ ສິ່ງ​ທ້າ​ທາຍ” ຈັດ​ຂຶ້ນ​ໃນ​ວັນ​ທີ 10/5 ຢູ່​ນະຄອນຫຼວງ ບາງກອກ, ​ປະ​ເທດ​ໄທ. ​ເຫດການ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ຕາງໜ້າ​ປະຈຳການ (PR) ຢູ່ ອາ​ຊຽນ, ກຸ່ມ​ພົວພັນ​ຕ່າງປະ​ເທດ ​ແລະ ​ເອກ​ອັກຄະ​ລັດ​ຖະທູດ ບັນດາ​ປະ​ເທດ PA ປະຈຳ ອາ​ຊຽນ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ແຮ່​ວງນຳ, ຫົວໜ້າຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແຮ່​ວງນຳ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ PA. ທ່ານ​ຍັງ​ເນັ້ນ​ໜັກວ່າ 2 ຝ່າຍ​ໄດ້​ແບ່ງປັນຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, ມີ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ ​ແລະ ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ​ເປັນ​ປະຈຳ.

 



ຂ່າວ/ບົດ​ອື່ນ