ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງG20ຄັ້ງທີ1

ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງG20ຄັ້ງທີ1 - ảnh 1
ບັນ​ດາ​ການ​ນຳ ຈີ 20 ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງກອງ​ປະ​ຊຸມ​ໃນ​ວັນທີ 4/9
(ພາບ: AFP/TTXVN)

(vovworld) - ແຕ່​ວັນ​ທີ 12 – 13/12/2016, ຢູ່​ແບກ​ແລງ, ປະ​ເທດ ເຢຍ​ລະ​ມັນ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (ກອງ​ປະ​ຊຸມ Shepa) ກຸ່ມ 20 ພື້​ນ​ຖານ​ເສດ​ຖະ​ກິດ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G20, ບັນ​ດາ​ປະ​ເທດ​ແຂກ​ຖືກ​ເຊີນ​ເຊິ່ງ​ລວມ​ມີ: ໂຮນ​ລັງ, ນອກ​ແວ, ສິງກ​ະ​ໂປ, ຫວຽດ​ນາມ,  ແລະ Senegal ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ໃຫຍ່​ໃນ​ໂລກ. ຫວຽດ​ນາມ ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ປະ​ເທດ​ປະ​ທານ G20 ​ ເຢ​ຍ​ລະ​ມັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ດ້ວ​ຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບກອງ​ປະ​ຊຸມ​ຍຸດ​ຍອດ APEC 2017. ທີ່ກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເປັນ​ເຈົ້າ​ພາບ, ຕັ້ງ​ໜ້າ​ປະ​ກອບ​ຫຼາຍ​ຄຳ​ເຫັນ​ທີ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫວູກວາງ​ມີງ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ຍົກ​ອອກ​ຫົວ​ຂໍ​້​ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ປີ APEC 2017 ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ບຸ​ລິມ​ະ​ສິດ​ທີ່ APEC 2017 ແລະ G20 2017 ສາ​ມາດ​ສົ​ມ​ທົບ​ກັນ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ, ເນັ້ນ​ໜັກ​ຕ້ອງ​ເພີ່​ມ​ທະ​ວີ​ການ​ສົ​ມ​ທົບ​ກັນ ແລະ ເພີ່ມ​ເຕີມ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ G20 ແລະ APEC ໃນ​ບັນ​ດາ​ບັນ​ຫາ​ພັດ​ທ​ະ​ນາ​ເຊິ່ງ​ໂລກ​ພວມ​ຕ້ອງ​ແກ້​ໄຂ.


ຂ່າວ/ບົດ​ອື່ນ